ຫຼີ້ນປານເດັກນ້ອຍ! 2ໜຸ່ມຢອກກັນຢູ່ແຄມລາງລົດໄຟຈົນເຮັດໃຫ້ຕົກລົງໄປໃນລາງລົດໄຟແລ່ນເຂົ້າມາພໍດີ (ມີຄລິບ)
ເຫດເກິດທີ່ສະຖານີກຣີນພາກ ຊ່ວງເວລາປະມານ 1ໂມງກາງຄືນຂອງວັນທີ່ 1 ເມສາ ໜຸ່ມສອງຄົນຢອກກັນແຄມລາງລົດໄຟໂດຍບໍ່ລະຢ້ານລົດໄຟທີ່ກຳລັງມາ ຈົນລົ້ມລົງໄປໃນລາງລົດໄຟທັງຄູ່ ໃນຂະນະທີ່ຜູ້ຢືນລໍຖ້າລົດໄຟ ຄົນອື່ນໆ ຟ້າວແລ່ນເຂົ້າໄປຊ່ອຍດຶງເອົາໂຕຂື້ນມາ ແປັບດຽວລົດໄຟສາຍວິກຕໍເຣຍກໍ່ແລ່ນເຂົ້າມາ ມີສຽງຄົນຮ້ອງດ້ວຍຄວາມຫວາດສຽວ
ຕໍ່ມາຕຳຫຼວດຈັບຄຸມທ້າວໂບກູສະລໍ ຣີບສະກີ ອາຍຸ 34 ປີ ແລະ ພຣີມາສະລໍ ຊາວິສະຊາ ອາຍຸ 26 ປີ ພ້ອມແຈ້ງຂໍ້ຫາມີພຶດຕິກຳເປັນອັນຕະລາຍຕໍ່ຄົນອື່ນທີ່ສະຖານີລົດໄຟທັງສອງຕ້ອງຂື້ນໃຫ້ການຕໍ່ສານວັນທີ່ 19 ເມສາ ນີ້