ສື່ໃຕ້ຫວັນຕີຂ່າວ"ສາວໄທ"ມີເຊື້ອເອດລັກຂາຍບໍລິການທາງເພດເຕືອນລູກຄ້າຮີບກວດຮ່າງກາຍ
ເວບໄຊທ໌ Taiwan News ລາຍງານຂ່າວວ່າຍິງຂາຍບໍລິການຊາວໄທຍ ເຊິ່ງມີການເປີດເຜີຍຊື່ວ່າ ແພັດຕີ້ ໄດ້ຖືກກັກໂຕຂໍ້ຫາລັກລອບຂາຍບໍລິການໃນໄຕ້ຫວັນ. ແລະ ຍັງພົບວ່າໄດ້ຕິດເຊື້ອເອດອີກ. ໂດຍລາຍງານຂ່າວໄດ້ກ່າວວ່າ ສາວໄທອາຍຸ 24 ປີ ຄົນນີ້ ໄດ້ເດີນທາງໄປໄຕ້ຫວັນດ້ວຍວີຊ້ານັກທ່ອງທ່ຽວໃນວັນທີ 11 ມີນາ 2018
ແລະໄດ້ເລີ່ມລັກຂາຍບໍລິການກັບລູກຄ້າຫລາຍສິບຄົນ ໂດຍໃຊ້ໂປຣແກຣມສົນທະນາ ເພື່ອຕິດຕໍ່ການຂາຍບໍລິການທາງເພດໃນແຕ່ລະຄັ້ງ.
ໃນລະຫວ່າງວັນທີ 13-22 ມີນາ 2018 ເມືອງໄຕ້ຖົງ
ທາງທິດຕາເວັນອອກຂອງໄຕ້ຫວັນ
ດ້ານສຳນັກງານສາທາລະນະສຸກເມືອງໄຕ້ຖົງ ອອກເປີດເຜີຍວ່າ ຜົນການກວດສອບແມ່ຍິງສາວຊາວໄທຈາກຫ້ອງທົດລອງໄດ້ຢືນຢັນວ່າ
ນາງເປັນຜູ້ຕິດເຊື້ອ HIV
ແລະເຮັດໃຫ້ຜູ້ຊາຍໃຊ້ບໍລິການກັບນາງມີຄວາມສ່ຽງຕໍ່ການຕິດເຊື້ອເຊັ່ນກັນ
ພ້ອມກັບຂໍໃຫ້ຜູ້ຊາຍທີ່ໄດ້ຫຼັບນອນກັບນາງ ເຂົ້າຮັບການກວດພາຍໃນສາມເດືອນ.