ສຽວສຸດໆ! ມີດຕົກລົງມາສຽບລົງກາງຫົວ ດາດສະໝອງຮອດ 2 ມີນລີແມັດ
ເມື່ອວັນທີ່ 6 ເມສາ ເວັບໄຊທ໌ຊ່ຽງໄຮ້ອິສລາຍງານມາວ່າ ມີປະຊາຊົນເພດຍິງໃນໝູ່ບ້ານທີ່ມົນທົນເຫີເປີ່ຍປະສົບອຸປະຕິເຫດມີດທີ່ມັດຕິດກັບໄມ້ໄຜ່ຫຼຸດລົງມາສຽບໃສ່ຫົວ ແຕ່ທີ່ໜ້າປະຫຼາດໃຈກວ່ານັ້ນຄືຜູ້ຍິງຄົນນີ້ກັບບໍ່ຮູ້ສືກເຈັບປວດແນວໃດເລີຍ ມີດທີ່ສຽບໃສ່ຫົວຫ່າງຈາກສະໝອງຂອງຜູ້ຍິງຄົນນີ້ພຽງບໍ່ຮອດມີນລີແມັດ
ຜູ້ຍິງບາດເຈັບອາຍຸ 57 ປີ ແຊ່ເສິນ ໄດ້ເດີນທາງເຂົ້າມາພົບໝໍທີ່ໂຮງໝໍໍຊຽງຫຍາງຫຼັງປະສົບອຸປະຕິເຫດສຸດແປກ ໂດຍໃຊ້ເວລາເດີນທາງຈາກບ່ອນເກິດເຫດມາທີ່ໂຮງໝໍກວ່າໜື່ງຊົ່ວໂມງແລະເມື່ອໄດ້ພົບກັບແພດ ນາງເສິນຖືວ່າໂຊກດີຫຼາຍເນື່ອງຈາກພາບເອັກສະເຣເຜີຍໃຫ້ເຫັນວ່າມີດທີ່ສຽບຢູ່ເທີງຫົວຫ່າງຈາກສະໝອງພຽງແຕ່ 2-3ມີນລີແມັດເທົ່ານັ້ນ ຖ້າຫາກມີດເຂົ້າເລີກໄປຫຼາຍກວ່ານີ້ ທາງແພດບອກວ່ານາງເສິນອາດຈະເປັນອຳມະພາດໄດ້
ດັ່ງນັ້ນ ທີມແພດສາມາດເອົາມີດອອກໄດ້ຈາກຫົວຂອງນາງເສິນໄດ້ແລ້ວແຕ່ນາງເສິນຍັງຕ້ອງເຂົ້າຮັບການຮັກສາໃນຫ້ອງໄອຊີຢູຕໍ່ໄປເພື່ອຖ້າເບິ່ງອາການໃກ້ຄຽງ