ເປີດຄລິບ ນາທີແບັດ iphone ລະເບີດຄາຮ້ານເຖື່ອນ ພະນັກງານບໍ່ມີທ່າທາງປະຫຼາດໃຈ


7 ເມສາ ເຟສບຸ໊ກແຟນເພຈ China Xinhua News ລາຍງານວ່າ ເມື່ອໄວໆນີ້ ແມ່ຍິງແຊ່ເລິ່ນ ໂພສທ໌ບອກໃນອິນເຕີເນັດວ່າ ເມື່ອເດືອນມັງກອນທີ່ຜ່ານມານາງນຳໂທລະສັບໄອໂຟນຂອງນາງ ໄປປ່ຽນແບັດເຕີຣີ ທີ່ຮ້ານເຊິ່ງປະກາດວ່າເປັນສູນໂຕແທນ ບໍລິການຫຼັງການຂາຍຢ່າງເປັນທາງການຂອງບໍລິສັດແອັບເປີ້ນ (Apple Authorized Service Provider) ແລະວັນທີ 3 ເມສາທີ່ຜ່ານມານີ້ເອງ ນາງໄດ້ພົບວ່າແບັດໂທລະສັບຂອງນາງມີບັນຫາອີກ ນາງຈຶ່ງໄປຮ້ານເກົ່າເພື່ອປ່ຽນແບັດອີກເທື່ອ


ແຕ່ວ່າໃນຂະນະທີ່ຢູ່ໃນຮ້ານນັ້ນເອງ ໄອໂຟນຂອງນາງເກີດລະເບີດຕູ໊ມ ພ້ອມກັບໄຟລຸກເພືອບຂຶ້ນ ເຮັດໃຫ້ນາງໄດ້ຮັບບາດເຈັບແຂນດ້ານຊ້າຍ


ຢ່າງໃດກໍ່ຕາມ ເຖິງໄອໂຟນຂອງນາງລະເບີດຈົນໄຟລຸກທ້ວມໂຕ໊ະ ແຕ່ພະນັກງານຄົນໜຶ່ງທີ່ຢູ່ບ່ອນນັ້ນບໍ່ມີທ່າທີຕົກໃຈຕໍ່ເຫດການດັ່ງກ່າວເລີຍ ຊ້ຳຢື້ມືມາດັບໄຟຢ່າງໃຈເຢັນອີກ


ດັ່ງນັ້ນ ທາງຜູ້ສື່ຂ່າວສອບຖາມເຖິງຝ່າຍບໍລິການລູກຄ້າແອັບເປີ້ນແລ້ວ ໄດ້ຮັບຄຳຕອບວ່າ ຮ້ານດັ່ງກ່າວບໍ່ແມ່ນສູນຊ້ອມແປງທີ່ໄດ້ຮັບການອະນຸຍາດຈາກແອັບເປີ້ນ ຫຼື ກໍ່ແມ່ນຮ້ານເຖື່ອນທີ່ແອບອ້າງນັ້ນເອງ
Powered by Blogger.