ເກົາຫຼີເໜືອ-ໃຕ້ ກຽມຫາລືລະຫວ່າງ 2 ປະເທດ

ເກົາຫຼີເໜືອແລະເກົາຫຼີໃຕ້ກຽມພ້ອມເຂົ້າສູ່ການປະຊຸມຄັ້ງຫຍິ້ງໃຫຍ່ລະຫວ່າງຜູ້ນຳ 2 ປະເທດ ທີ່ຈະມີຂື້ນໃນວັນສຸກນີ້


 ທ່ານຊະເວ ຮະຍອນ ຊູ ໂຄສົກກະຊວງກະລາໂຫມ ເກົາຫຼີໃຕ້ ເປິດເຜີຍວ່າ ໄດ້ລະງັບການກະຈາຍສຽງໂຄສະນາ ຊວນເຊື່ອບໍລິເວນຊາຍແດນລະຫວ່າງເກົາຫຼີໃຕ້ແລະເກົາຫຼີເໜືອຕັ້ງແຕ່ມື້ວານນີ້ ເພື່ອສ້າງບັນຍາກາດແຫ່ງສັນຕິພາບກ່ອນໜ້າການປະຊຸມຄັ້ງໃຫຍ່ລະຫວ່າງ 2 ຜູ້ນຳເກົາຫຼີ ເຊີ່ງຈະມີຂື້ນໃນວັນສຸກນີ້ ນັບເປັນການຫາລືກັນຄັ້ງທຳອິດຂອງຜູ້ນຳ 2 ເກົາຫຼີໃນຮອບ 11 ປີ ຂະນະນີ້ຍັງບໍ່ມີຄວາມຊັດເຈນວ່າ ການກະຈາຍສຽງໂຄສະນາຊວນເຊື່ອ ດັ່ງກ່າວຈະເກີດຂຶ້ນອີກຫຼືບໍ່ ພາບຫຼັງການຫາລືລະຫວ່າງທ່ານມູນແຈ ອິນ ປະທານາທິບໍດີເກົາຫຼີໃຕ້ ແລະ ທ່ານຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ

ທ່ານຄວັນຮະຍັອກ ກີ ເຈົ້າໜ້າທີ່ລະດັບສູງຂອງທຳນຽບປະທານາທິບໍດີເກົາຫຼີໃຕ້ ລະບຸໃນງານປະກາດຂ່າວວ່າ ການປະຊຸມຄັ້ງໃຫຍ່ລະຫວ່າງ 2 ຜູ້ນຳເກົາຫຼີຈະເລີ່ມຕົ້ນຕັ້ງແຕ່ຕອນເຊົ້າວັນສຸກ ໂດຍທັງ 2 ຝ່າຍເຫັນພ້ອມໃຫ້ມີພິທີຕ້ອນຮັບ ແລະ ງານລ້ຽງນອກຈາກການປະຊຸມຮ່ວມກັນ ຂະນະທີ່ທັ່ງ 2 ຝ່າຍຈະແລກປ່ຽນລາຍຊື່ຜູ້ແທນແລະເຈົ້າໜ້າທີ່ເຂົ້າຮ່ວມການປະຊຸມໃນໄວໆນີ້


ນອກຈາກນີ້ ສື່ມວນຊົນເກົາຫຼີໃຕ້ຍັງໄດ້ຮັບອານຸຍາດໃຫ້ລາຍງານຂ່າວການປະຊຸມ ເຊີ່ງລວມເຖີງການລາຍງານສົດທີ່ບ້ານປັນມຸນຈອມໃນເຂດປອດທະຫານຝັ່ງເກົາຫຼີເໜືອ ໃນລະຫວ່າງການປະຊຸມຮ່ວມກັບທີ່ປືກສາລະດັບສູງມື້ວານນີ້ປະທານາທິບໍດີມູນ ແຈ ອິນ ຂອງເກົາຫຼີໃຕ້ ສະແດງຄວາມຍິນດີທີ່ເກົາຫຼີເໜືອຕັດສີນໃຈລະງັບການທົດສອບ ຂີປະນາວຸ ແລະ ອາວຸດນິວເຄລຍ ພ້ອມລະບຸວ່າ ນີ້ເປັນຈຸດເລີ່ມຕົ້ນສຳຄັນທີ່ຈະນຳໄປສູ່ການປົດອາວຸດນິວເຄລຍໃນຄາບມະຫາສະໝຸດເກົາຫຼີ ທົ່ວໂລກຕ່າງຈັບຕາກັບການປະຊຸມຄັ້ງນີ້ ເຊີ່ງເກີດຂື້ນກ່ອນໜ້າທີ່ທ່ານຄິມຜູ້ນຳສູງສຸດຂອງເກົາຫຼີເໜືອຈະຮ່ວມປະຊຸມສຸດຍອດກັບປະທານາທິບໍດີໂດນັນ ທຣັ້ມ ຂອງສະຫະຣັດ ທີຄາດວ່າຈະຈັດຂື້ນໃນເດືອນພຶດສະພາຫຼືມິຖຸນານີ້
Powered by Blogger.