ຮູບບໍ່ຕົງປົກ! ຊາວເນັດເກືອບຊ໊ອກນັກການເມືອງໃຕ້ຫວັນ ຕ່າງກັບໃນຮູບປານຄົນລະຄົນ
ຜູ້ຄົນໃນໂລກອອນໄລນ໌ທົ່ວໂລກອອກມາສະແດງຄວາມຄິດເຫັນກໍລະນີນັກການເມືອງໄທເປ
ແຕ່ງພາບໃນການຫາສຽງ ຈົນເບິ່ງປານຄົນລະຄົນກັບໂຕຈິງ ຊາວເນັດເວົ້າກວນຄິດວ່າປ້າມາຊ່ວຍຫຼານຫາສຽງ
ໃນຊ່ວງອາທິດທີ່ຜ່ານມາ ມີສີສັນໃນການຫາສຽງ
ເລືອກຕັ້ງທ້ອງຖິ່ນໃນເມືອງໄທເປ ໃນໃຕ້ຫວັນ ແຕ່ສິ່ງທີ່ເຮັດໃຫ້ຊາວໂລກອອນໄລນ໌
ອອກມາເປີດປະເດັນ ຈົນເປັນທີ່ໜ້າສົນໃຈໄປທົ່ວໂລກ ບໍ່ແມ່ນເນື້ອຫາເລື່ອງນະໂຍບາຍຫຼືເລື່ອງລາຍລະອຽດໃນການເລືອກຕັ້ງແຕ່ກັບເປັນເລື່ອງການປຽບທຽບຮູບ
ນາງຫວັງ ຊິຍາ ໜຶ່ງໃນຜູ້ສະໝັກຮັບເລືອກຕັ້ງທີ່ອອກມາຫາສຽງຕາມປົກກະຕິ ແລະ ຖ່າຍຮູບລົງເຟສບຸ໊ກສ່ວນໂຕ
ແຕ່ມີການປຽບທຽບລະຫວ່າງຮູບຮ່າງໜ້າຕາທີ່ແທ້ຈິງຂອງນາງ ແລະ ຮູບພາບທີ່ນາງໃຊ້ຫາສຽງ ວ່າມີຄວາມແຕກຕ່າງກັນປານຄົນລະຄົນເລີຍ
ເລື່ອງລາວໂດ່ງດັງນີ້ເກີດຂຶ້ນເມື່ອອາທິດທີ່ແລ້ວ “ນາງຫວັງ
ຊິຍາ” ໂພສທ໌ຮູບໃນສື່ອອນໄລນ໌ສ່ວນໂຕ ໂດຍໃນຮູບນາງຢືນຂ້າງປ້າຍທີ່ໃຊ້ຫາສຽງ
ໂດຍຊາວອອນໄລນ໌ໃຫ້ຄວາມເຫັນວ່າ ນາງຫວັງໃນປ້າຍຫາສຽງມີຮູບໜ້າຕາເບິ່ງຄືອາຍຸອ່ອນກວ່າ ແລະ
ງາມກວ່ານາງຫວັງໂຕແທ້ທີ່ບໍ່ໄດ້ຜ່ານການຕົກແຕ່ງຮູບແຕ່ຢ່າງໃດເລີຍ ຈົນເບິ່ງຄືຄົນລະຄົນ ເຊິ່ງໂຊຊ້ຽວບາງຄົນເຖິງຂັ້ນກວນວ່າ
“ອາດເປັນປ້າຂອງນາງມາຊ່ອຍຫາສຽງກະມີ”