2 ແຮງງານໄທ ເສຍຊີວິດໃນເຫດໄຟໄໝ້ໂຮງງານທີ່ໃຕ້ຫວັນ
ແຮງງານ 2 ຄົນ ເສຍຊີວິດ ຈາກເຫດໄຟໄໝ້ໂຮງງານຜະລິດແຜງວົງຈອນໄຟຟ້າຢ່າງຮຸນແຮງທີ່ໃຕ້ຫວັນ
ວັນທີ່ 29 ເມສາທີ່ຜ່ານມາ ສຳນັກຂ່າວວິທະຍຸ ອາທີໂອ ລາຍງານເມື່ອວັນທີ່ 28 ເມສາ
ປະມານ 21:26 ເກີດເຫດໄຟໄໝ້ໂຮງງານຊິນພູນ (CHIN POON
INDUSTRIAL) ສາຂາຜິງເຈີ້ນ ໃນເມືອງໄທເປ ປະເທດໃຕ້ຫວັນ ໂຮງງານຜະລິດແຜງວົງຈອນໄຟໄຟ້າລາຍໃຫຍ່ຂອງໂລກ
ໂດຍໄຟໄດ້ລຸກລາມໄປຫໍພັກຄົນງານຕ່າງຊາດທີ່ຢູ່ຕິດກັນນຳ
ເຈົ້າໜ້າທີ່ດັບເພີງຕ້ອງໃຂ້ເວລາໃນການຄວບຄຸມເປັນເວລາດົນເຖິງ 06:00 ຂອງເຊົ້າວັນທີ່
29 ເນື່ອງຈາກມີເຊື້ອໄຟເປັນແຜງວົງຈອນໄຟຟ້າຈຳນວນຫຼາຍ ຫຼັງຄວບຄຸມໄຟສະຫງົບລົງພົບຜູ້ເສຍຊີວິດລວມ
6 ຄົນ ແລະບາດເຈັບສາຫັດ 1 ຄົນໂດຍຈຳນວນຜູ້ເສຍຊີວິດເປັນແຮງງານໄທ 2 ຄົນ ຄື ທ້າວພານຸພົງ
ແສງລຳ ມາຈາກຊະເຊີງເຊົາ ແລະ ທ້າວເຊີດສັກ ບຸລຳສູງເນີນ ມາຈາກນະຄອນລາດຊະສີມາ
ເປັນໂຮງງານທີ່ຜະລິດວົງຈອນ ຫຼື PCB ມີລູກຈ້າງປະມານ 500 ຄົນ ເປັນແຮງງານໄທ 250 ຄົນຫວຽດນາມ 220 ຄົນແລະ
ຟີລິປິນ 30 ຄົນອາໄສຢູ່ຫໍພັກດັ່ງກ່າວ 380 ຄົນ
ແຕ່ຕອນນີ້ນາຍຈ້າງໄດ້ຊ່ວຍເຫຼືອໃຫ້ຄົນທີ່ເຫຼືອໄປພັກຢູ່ຫໍພັກຊົ່ວຄາວແລ້ວ