45 ສົບແລ້ວ ອິສະລາເອວຍັດລູກປືນຜູ້ປະທ້ວງປາເລສໄຕນ໌ ເດັກນ້ອຍອາຍຸ 15 ປີ ຖືກຍິງຊອດຫົວ
ເມື່ອວັນທີ 28 ເມສາ
ເອເອັຟພິລາຍງານວ່າ ຍອດຜູ້ເສຍຊີວິດຊາວປາເລສໄຕນ໌ຈາກການໃຊ້ອາວຸດຂອງກອງທັບອິສະລາເອວເພື່ອສະກັດກັ້ນການປະທ້ວງໃຫຍ່ທຸກວັນສຸກ
ຕັ້ງແຕ່ວັນທີ 30 ມີນາ ເພີ່ມຂຶ້ນເປັນ
45 ຄົນແລ້ວ
ບາດເຈັບປະມານ 1,500 ຄົນ
ຜູ້ຕາຍຄົນລ່າສຸດເປັນເດັກນ້ອຍອາຍຸ 15 ປີ ຊື່ທ້າວອັດຊຳ ໂອໄວດາ ຖືກຍິງຊອດຫົວບາດເຈັບແລ້ວກໍ່ເສຍຊີວິດໃນເວລາຕໍ່ມາ
ຕໍ່ເນື່ອງຈາກ 3
ຄົນທີ່ເສຍຊີວິດໃນມື້ດຽວກັນ ການປະທ້ວງດັ່ງກ່າວຊາວປາເລສໄຕນ໌ຕ້ອງການກັບເຂົ້າສູ່ເສັ້ນທາງສູ່ນະຄອນເຢຣູຊາເລມ ບ້ານເມືອງແລະຊຸມຊົນເກົ່າຂອງຊາວປາເລສໄຕນ໌ ແຕ່ອິສະລາເອວຢືນຢັນບໍ່ໃຫ້ຜ່ານດ່ານທີ່ສະນວນກາຊາ
ໃນສຸກທີ 5
ຂອງການເຄື່ອນໄຫວຝ່າຍອິສະລາເອວໃຊ້ຄຳວ່າ ມີຜູ້ຮ່ວມກໍ່ "ຈະລາຈອນ” ປະມານ 10,000 ຄົນ ມີສ່ວນໜື່ງໃຊ້ອຸປະກອນ ລະເບີດ
ລະເບີດມື ແລະ ລະເບີດເພີງ ຫວັງຈະຜ່າຮົ້ວກັ້ນພົມແດນ ກອງທັບອິສະລາເອວຈຶ່ງຕ້ອງໄດ້ເຂົ້າໄປຈັດການ