ຫຼີກແມະ!!! ປາຄ່າຊິຜ່ານ! ນັກໂຕ້ຄື້ນເຈິລິດປ່າຄ່າດີດໂຕຕຳຈົນຟົ້ງ (ຄລິບ)


ສຳນັກງານຂ່າວຕ່າງປະເທດລາຍງານ ພາບເຫດການທີ່ຄິດບໍ່ເຖິງທີ່ແຄມທະເລແຫ່ງໜຶ່ງ ເມື່ອນັກໂຕ້ຄື້ນຄົນໜຶ່ງໄດ້ລ່ອງກະດານເຊີບບອດໄປນອກຊາຍຝັ່ງ ເພື່ອແນມເບິ່ງຄື້ນດີໆ ເພື່ອຊິຫຼິ້ນກິດຈະກຳໂຕ້ຄື້ນ ແຕ່ປະກົດວ່າເຈິກັບຝູງປາຄ່າແບບບໍ່ຮູ້ໂຕທີ່ກຳລັງເຂົ້າຊູ່ຫາດພໍດີ ເຮັດໃຫ້ຊາຍຄົນນັ້ນຖືກປາຄ່າດີດຢ່າງແຮງ

ເຫດການດັ່ງກ່າວບໍ່ໄດ້ບອກວ່າເກີດທີ່ຊາຍຫາດປະເທດໃດ ແຕ່ຄລິບດັ່ງກ່າວກາຍເປັນກະແສໄວຣັສທົ່ວໂລກອອນໄລນ໌ເມື່ອທີ່ 28 ເມສາ ພາບຊາຍໜຸ່ມນັກໂຕ້ຄື້ນຜູ້ໂຊກຮ້າຍ ທີ່ບັງເອີນໄປຂວາງທາງທີ່ຝູງປາຄ່າຈະລອຍມາພໍດີ ດ້ວຍສັນຊາດຕະຍານຂອງສັດ ຈຶ່ງໄດ້ໂດດດີດໂຕຂຶ້ນມາຈາກນ້ຳທະເລ ກ່ອນຈະໃຊ້ລຳໂຕຕຳຊາຍຄົນນັ້ນຈົນຟົ້ງຕົກກະດານເຊີບບອດ

ຫຼັງຈາກຄລິບດັ່ງກ່າວຖືກເຜີຍແຜ່ໄປກໍ່ມີຄົນໃຫ້ຄຳເຫັນຕ່າງໆນາໆ ບາງຄົນກະວ່າຜູ້ຊາຍດັ່ງກ່າວຄືຊິຈຸກບໍ່ໜ້ອຍ ເພາະໂດຍປົກກະຕິແລ້ວ ປາຄ່າກໍ່ມີນ້ຳໜັກປະມານ 136-181 ກິໂລກຣາມຢູ່ແລ້ວ

 

Powered by Blogger.