ລູກແຮດປົກປ້ອງແມ່ທີ່ບາດເຈັບ ເຖິງຖືກກັ້ນໄວ້ກໍບໍ່ຍອມຖອຍ
ເຜີຍຄລິບໜ້າຮັກ ລູກແຮດປົກປ້ອງແມ່ທີ່ໄດ້ຮັບບາດເຈັບ ເຊິ່ງລູກແຮດໄດ້ພະຍາຍາມເຂົ້າຊົນສັດຕະວະແພດ ທີ່ມາຮັກສາໃຫ້ແມ່ ເຖິ່ງສິຖືກກັ້ນໄວ້ກໍບໍ່ຍອມຖອຍ
ເມື່ອວັນທີ່ 4 ເມສາ ເວັບໄຊທ໌ເດລີເມໄດ້ເຜີຍແຜ່ຄລິບວີດີໂອຊວນຫົວ
ແລະສະເທືອນຄວາມຮູ້ສຶກ ທີ່ລູກແຮດໂຕນ້ອຍໂຕໜື່ງ
ພະຍາຍາມປົກປ້ອງແມ່ທີ່ໄດ້ຮັບບາດເຈັບແລະນອນຢູ່ພື້ນ ໂດຍແຮດໂຕນ້ອຍໄດ້ສົ່ງສຽງຂູ່
ເພື່ອໄຫຼ່ສັດຕະວະແພດທີ່ກຳລັງຮັກສາໃຫ້ແມ່ຂອງມັນຢູ່ ບໍ່ຍອມຢຸດ
ດ້ານຊາວເນັດໄດ້ຊົມຄລິບຕ່າງກໍ່ຍ້ອງຍໍ ລູກແຮດໂຕດັ່ງກ່າວວ່າ ໜ້າຮັກເປັນຈຳນວນຫຼາຍ ພ້ອມກັບບອກວ່າ ແມ່ຂອງມັນເປັນແມ່ແຮດທີ່ໂຊກດີທີ່ສຸດໃນໂລກ ບາງຄົນບອກວ່າເຄີຍເຫັນແຕ່ແຮດໂຕໃຫ່ຍເຕັມໄວຊົນກັນ ແຕ່ຄິດບໍ່ເຖິງວ່າ ລູກແຮດໂຕນ້ອຍເຮັດແນວນີ້ແລ້ວມັນສິໜ້າຮັກແນວນີ້