ກ້າວໜ້າໄປອີກ!!! MIT ເປີດໂຕຫຸ່ນຍົນປາ"SOFI" ລອຍນ້ຳຄືປາແທ້



ເມື່ອໄວໆມານີ້ທີມນັກຄົ້ນຄວ້າຈາກຫ້ອງທົດລອງວິທະຍາສາດຄອມພິວເຕີແລະປັນຍາປະດິດຂອງສະຖາບັນເຕັກໂນໂລຊີແມັດຊາຊູເສດ (Massachusetts), ເຊິ່ງໄດ້ຮັບການຍ້ອງຍໍວ່າເປັນສະຖາບັນຊັ້ນນຳດ້ານວິຊະວະກຳສາດແລະເຕັກໂນໂລຊີຂອງສະຫະຣັດອາເມຣິກາ ໄດ້ເປີດໂຕ "SoFi".



ຫຸ່ນຍົນປາທີ່ສາມາດລອຍນ້ຳໄດ້ຄືປາທີມີຊີວິດແທ້. ຊື່ງຈະຊ່ວຍໃຫ້ບັນດານັກວິທະຍາສາດສາມາດກວດກາແລະເກັບຂໍ້ມູນສິ່ງທີ່ຊີວິດກ້ອງນ້ໍາທະເລໄດ້ຢ່າງໃກ້ຊິດຂຶ້ນ.


ຫຸ່ນຍົນປານີ້ຖືກສ້າງຂຶ້ນຈາກຊິລີໂຄນແລະຢາງພາສສະຕິກແລະຊິ້ນສ່ວນພິມ 3D ອື່ນໆ. ພາຍໃນຕິດກ້ອງສຳຫຼັບບັນທຶກພາບສັດທະເລ ແລະ ທັງຍັງມີເຊັນເຊີກວດຈັບອ້ອມຂ້າງ. ເພື່ອປ້ອງກັນບໍ່ໃຫ້ລອຍຕຳປະກາລັງ ຫຼືສິ່ງທີ່ມີຊີວິດອື່ນໆ.


ໃນປັດຈຸບັນ, ຫຸ່ນຍົນປາໂຕນີ້ສາມາດເຄື່ອນຍ້າຍຜ່ານຄໍາສັ່ງການຂອງເຄື່ອງມືບັງຄັບ ນິນເມັນໂດ້ແບບກັນນ້ຳ (Nintendo Waterproof Joy). 


ໂດຍມີຄົນຄວບຄຸມອີກເທື່ອຫນຶ່ງ. ແຕ່ບັນດານັກວິທະຍາສາດກໍ່ຫວັງວ່າຈະພັດທະນາສິ່ງປະດິດນີ້ຕໍ່ໄປ ເພື່ອໃຫ້ມັນມັນສາມາດເຮັດວຽກໄດ້ເອງໃນອະນາຄົດ.




Powered by Blogger.