ແກ້ແຄ້ນໝູ່ສຸດໂຫດ ! ໝຸ່ມລັກວາງຢາພິດ “ແທນລຽມ” ຄົນຮ່ວມງານ ປ່ວຍໜັກນັບ 30 ຊີວິດ (ຄລິບ)
ເມື່ອວັນທີ່ 4 ເມສາ ເວບໄຊທ໌ແມັສຂອງລັດເຊຍລາຍງານຄວາມຄືບຫນ້າ ຄະດີວາງຢາຜິດພາຍໃນໂຮງງານຜະລິດເຄື່ອງບິນທະເລ “ເບຣີເຍັບ” ເມືອງຕາກັນລັອກ ແຄວ້ນ ຣອສຕັອບ ປະເທດ ລັດເຊຍ ຈົນເຮັດໃຫ້ພະນັກງານໄດ້ຮັບສານຜິດ ແລະ ປ່ວຍໜັກເຖິງ 30 ຄົນ ລ່າສຸດ ຕຳຫຼວດ ໄດ້ຈັບກຸ່ມຜູ້ຕ້ອງສົງໄສໄດ້ແລ້ວ ເຊິ່ງເປັນພະນັກງານ ໂຮງງານດັງກ່າວເອງ ຮູ້ຊື່ວ່າ ທ້າວ ວະລາດິສລັບ ຊຸນກາ ອາຍຸ 36 ປີ
ຜ່ານການລາຍງານໄດ້ລະບຸວ່າ ທ້າວຊຸນກາໄດ້ລັກຫຼອບວາງຢາຜິດຮ້າຍແຮງ “ແທນລຽມ” ພາຍໃນໂຮງງານ ເພື່ອຕ້ອງການແກ້ແຄ້ນນິຕິກອນ ທີ່ທຳງານຢູ່ທີ່ດຽວກັນ ເຊິ່ງຖືກລູກທ້າວຊຸນກາຂັບລົນຕຳແລ້ວໜີ ໂດຍນິຕິກອນລາຍດັ່ງກ່າວໄດ້ເຂົ້າແຈ້ງຄວາມກັບຕຳຫຼວດ ຈົນເຮັດໃຫ້ ທ້າວຊຸນກາຖືກຖອນສິດການຂັບຂີ່ຍານພາຫະນະ ເມື່ອເດຶອນ ພຶດສະພາ 2012
ຕໍ່ມາເດຶອນ ທັນວາ ປີດຽວກັນ ມີພະນັກງານມີອາການປ່ວຍປະຫຼາດ ທັງສາຍຕາເລິ່ມບໍ່ດີ ຜົມຫຼົ່ນ ມືສັ່ນ ຜິວໜັງປ່ຽນສີ ແລະ ອາການປ່ວຍຮຸນແຮງ ມີພະນັກງານບາງຄົນມີອາການຊາທີ່ຄາງກະໄຕ ຂະໜະທີ່ສຳນັກຂ່າວຕັດສ໌ຂອງລັດເຊຍ ລາຍງານເພິ່ມເຕິມວ່າ ທ້າວຊຸນກາລັກວາງຢາໃສ່ແທນລຽມລົງຕູ້ກົດນ້ຳ ຈື່ງເຮັດໃຫ້ພະນັກງານຫຼາຍຄົນໄດ້ຮັບສານພິດຮ້າຍແຮງດັ່ງກ່າວ
ເຈົ້າໜ້າທີ່ເຂົ້າສຳຫຼວດຫ້ອງທຸກຫ້ອງ ທີ່ພະນັກງານເຮັດວຽກໝົດແລ້ວ ແຕ່ບໍ່ພົບສິ່ງທີ່ເປັນອັນຕະລາຍໃດໆ ແຕ່ໄດ້ສັ່ງການໃຫ້ທາງໂຮງງານກວດສຸຂະພາບພະນັກງານ ເປັນໄລຍະ ແລະຄວບຄຸ້ມຄຸນນະພາບຂອງນ້ຳປະປາ ຂະນະທີ່ຕຳຫຼວດພິຈາລະນາຄວາມຜິດອາຍາ ໃນຄວາມຜິດ " ເຈດຕະນາເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບ" ຕໍ່ໄປ
ທັ້ງນີ້ ເວບໄຊທ໌ແມັສເຄີຍເຜີຍແຜ່ເລື່ອງດັ່ງກ່າວໃນວັນທີ່ 4 ມີນາ ຫຼັງຈາກທີ່ພະນັກງານສາວລາຍໜື່ງ ເຜີຍສະພາບເສັ້ນຜົມ ຫຼົ້ນໝົດຫົວ ໃນ 12 ມື້ ແລະ ພະນັກງານອື່ນລວມ 30 ຄົນ ມີອາການປ່ວຍປະຫຼາດທາງລະບົບກ້າມເນື້ອ ທາງເດີນອາຫານ ແລະ ລະບົບທາງເດີນຫາຍໃຈ ເມື່ອແພດແນະນຳໃຫ້ພະນັກງານກຸ່ມນີ້ ເຈາະເລຶອດເພື່ອກວດຫາແທນລຽມ ປາກົດວ່າເອກກະສານຜົນກວດເລຶອດໄດ້ລະບຸພົບ ແທນລຽມ ໃນກະແສເລຶອດຂອງພະນັກງານທຸກຄົນ
ຢ່າງໃດກໍຕາມ ຕຳຫຼວດໄດ້ນຳຕົວຢ່າງ ອາກາດ ດິນ ແລະ ນ້ຳ ຈາກໂຮງງານໄປກວດສອບ ແຕ່ບໍ່ພົບການປົນເປຶ້ອນຂອງແທນລຽມ ຝ່າຍຂະນະຜູ້ບໍລິຫານໂຮງງານໄດ້ຖະແຫຼງວ່າ ມີຄົນລັກວາງຢາພິດ ສຳລັບຜູ້ໄດ້ຮັບຜົນກະທົບ ມູນຄ່າຄວາມເສຍຫາຍປະເມີນຢູ່ທີ່ 90,000 ລູເບິນ (12,710,00 ກີບ) ແຕ່ບໍ່ມີການຈ່າຍເງິນຊົດເຊີຍໃຫ້ທຸກຄົນ ແລະຂະນະນີ້ ຜູ້ປ່ວຍສ່ວນໃຫຍ່ນອນພັກຮັກສາຕົວຢູ່ໃນ ກຸງມັອສໂກ ເນື່ອງຈາກໃນແຄວ້ນຣອສຕັອບບໍ່ສາມາດໃຫ້ຄວາມຊ່ວຍເຫຼຶອຜູ້ປ່ວຍໄດ້
ສຳລັບແທນລຽມ (TL)
ທາດໝາຍເລກອາຕອມ
81 ເປັນທາດໂລຫະສີເທົາ
ເນຶ້ອອ່ອນນຸ້ມ ສາມາດຢຶດໄດ້ ຄ້າຍກັບດິບຸກ
ແຕ່ເມື່ອສຳຜັດກັບອາກາດ ຈະປ່ຽນສີ
ມີລັກສະນະຄ້າຍ ອິນດ້ຽມ (ໂລຫະຫາຍາກ) ແລະ ອ່ອນນຸ້ມຫຼາຍ ບໍ່ມີການອອກໄຊດ໌ເຄຶອບຜິວ ຈື່ງເກີດປະຕິກິລິຍາອັອກຊິດເດຊັນ ກັບ
ອັອກຊີເຈນໃນອາກາດຢ່າງວ່ອງໄວ
ຢ່າງໃດກໍຕາມ ແທນລຽມ ເປັນທາດມີພິດຮ້າຍແຮງ
ໂດຍໃຊ້ເປັນຢາເບື່ອໜູ ຫຼື ຂ້າແມງໄມ້ ເປັນຕົ້ນເຫດໃຫ້ເກີດມະເຮັງ
ຈື່ງຫ້າມໃຊ້ໃນຫຼາຍປະເທດ