ແກະໂຄນໜິ້ງ ໃຫ້ກຳເນິດລູກຄັ້ງທຳອິດ
ແກະໂຄນໜິ້ງ ໃຫ້ກຳເນິດລູກຄັ້ງທຳອິດ ໂດຍຈີນ ປະສົບຜົນສຳເລັດໃນການເພາະພັນລູກແກະທີ່ເກີດຈາກພໍ່ແກະໂຄນນໜິ້ງໂຕທຳອິດຂອງໂລກ
ມິກາມິ ແກະເພດຜູ້ ທີ່ເກີດຈາກການໂຄນໜິ້ງດ້ວຍເຊວຮ່າງກາຍ ຫຼື ໂຊນມາຕິກເຊວ ໂຕທຳອິດຂອງໂລກ ເມື່ອເດືອນທັນວາ ປີ 2559 ໄດ້ກາຍເປັນພໍ່ພັນທີ່ໃຫ້ກຳເນີດລູກແກະຜູ້ 2 ໂຕ ແລະ ເພດແມ່ 1 ໂຕ ດ້ວຍວິທີທຳມະຊາດ ເມື່ອວັນພະຫັດທີ່ຜ່ານມາ ທີ່ບໍລິສັດ ອິນເນີ ມອງໂກເລຍ ຊິໂນ ໄຊແອນ ທັອບ ໄບໂອເທັກໂນໂລຢີ ເຊິ່ງເປັນສູນວິໄຈດ້ານການລ້ຽງສັດ ທາງຕອນເໜຶອຂອງຈີນ
ທ່ານຫຼີ່ ເຫວີນຊິນ ກ່າວວ່າ ຄວາມສຳເລັດໃນການເພາະພັນລູກແກະເທື່ອນີ້ ເປັນການພິສູດວ່າ ແກະທີ່ເກີດຈາກການໂຄນໜິ້ງ ມີຄວາມສາມາດໃນການຜະສົມພັນຕາມທຳມະຊາດ ນອກຈາກນີ້ຍັງມີລູກຂອງມິກາມິຈະເກີດຕາມມາອີກບໍ່ກີ່ມື້ຂ້າງຫນ້າ ທ່ານໄດ້ກ່າວອີກວ່າ ຫຼັງຈາກນີ້ເທັກໂນໂລຢີການໂຄນໜິ້ງດ້ວຍເຊວໂຊມາຕິກຈະຖືກນຳມາໃຊ້ໃນການເພາະພັນແກະ ແຄັສເມຍ ເຊິ່ງຈະເຮັດໃຫ້ໄດ້ເພາະແກະແຄັສເມຍມີຄຸນນະພາບຍິ່ງຂື້ນ ແລະ ຈະສົ່ງຜົນດີຫຼາຍຕໍ່ອຸດສະຫະກຳຜ້າຂົນສັດໂລກ