ຊາຍໜຸ່ນເລີກກັບແຟນສາວ ອາລະວາດເອົາມີດແທງແມ່ຕາຍຄາທີ່ ສ່ວນພໍ່ເຈັບໜັກຖືກຫາມເຂົ້າໂຮງໝໍ
ເມື່ອວັນທີ 3 ເມສາ ເດລີ່ເມ ລາຍງານຄະດີຄວາມຮຸນແຮງໃນຄອບຄົວ ເມື່ອຊາຍຄົນອາເມຣິກັນເຊື້ອສາຍຈີນອາຍຸ 30 ປີ ຖືກຕຳຫຼວດຈັບຫລັງຈາກລົງມືສັງຫານພໍ່ ແລະແມ່ແທ້ໆຂອງຕົນເອງ ໂດຍເຊື່ອວ່າມີສາເຫດມາຈາກການເລີກຄົບກັນລະຫວ່າງມືສັງຫານກັບແຟນສາວ
ເຈົ້າໜ້າທີ່ຕຳຫຼວດໃນເມືອງຊານຮວນ ກາປີສຕຣາໂນ ໃນຣັດແຄລີຟໍຣເນຍ ຈັບກຸມທ້າວເຜິງ ອີ້ຫົງ ເມື່ອວັນເສົາ ທີ່ 31 ມີນາ ຫລັງຈາກມີຄົນຂ້າງບ້ານແຈ້ງວ່າເຫັນຊາຍຄົນນີ້ຖືມີດມີຮອຍເລືອດຍ່າງຢູ່ກາງຫົນທາງ
ທ້າວເຜິງແລະແຟນສາວທີ່ເລີກກັນໄປ ຈົນນຳໄປສູ່ອາການເສຍໃຈແລະກໍ່ເຫດບໍ່ຄາດຄິດ
ນາງຊູຊານ ລາເຊນ ແລະ ທ້າວເຜິງ
ບໍລິເວນເຮືອນທີ່ເກິດເຫດ