ຊາອຸ ກັບມາເປິດໂຮງໜັງເທື່ອທຳອິດໃນຮອບຮອບ 35 ປີ


ເມື່ອວັນທີ່ 5 ເມສາ ຊາອຸດິອະລະເບຍ ອະນຸຍາດເປິດໃຫ້ບໍລິການ ໂຮງໜັງໃນປະເທດໄດ້ເທື່ອທຳອິດໃນຮອບກວ່າ 35 ປີ ໂດຍສາຍຮອບປະຖົມມະເລີກວັນທີ່ 18 ເມສາ ທີ່ໂຮງໜັງ ໃນເມືອງ ລິຍາດ ເລື່ອງ ແບັກ ແພນເທີ້ ຕັ້ງເປົ້າຈະຂະຫຍາຍເພີ່ມໂຮງໜັງ ໃຫ້ໄດ້ຫຼາຍກວ່າ 40 ໂຮງ ພາຍໃນເວລາ 5 ປີ ທັ້ງມີໂຮງໜັງຫຼູຂະໜາດ 500 ບ່ອນນັ່ງ ຕັ່ງເບາະຫຼັງ ແລະ ຫ້ອງນ້ຳ


ຊາອຸ ເຄີຍມີໂຮງໜັງໃນຊ່ວງທົດສະວັດ 1970 ແຕ່ຖືກລັດທະບານ ສັ່ງປິດດ້ວຍຂໍ້ອ້າງຂັດລະບຽບວິຖີປະຕິບັດເຂັ້ມງວດທາງສາສະໜາ ແລະ ຫາກໍ່ຍົກເລີກເມື່ອປິທິ່ແລ້ວ ໂດຍມະກຸດຣາດຊະກຸມານ ເຊິ່ງກຳລັງປະຕິຮູບເສດຖະກິດ ແລະການລົງທຶນຈາກຕ່າງຊາດ ເພື່ອລົດການເພິ່ງພາຂາຍນ້ຳມັນ
Powered by Blogger.