ຈັບໂຕຊາຍໄວ 41 ຂູ່ວາງລະເບິດເຄື່ອງສະກຸ໊ດຈາກສິງກະໂປມາຫາດໃຫຍ່



ສຸດລະທຶກ!!! ຂູ່ວາງລະເບີດ ເທິງເຮືອບິນຈາກສິງກະໂປ ສົ່ງເຮືອບິນຂັບໄລ່ 2 ລຳ ບິນປະກົບຄອຍຄຸ້ມກັນ ຈົນປອດໄພ  ຈົນຜູ້ໂດຍສານຊາຍໄວ 41 ຖານແຈ້ງຂໍ້ຄວາມເທັດ ເຮັດໃຫ້ຜູ້ອື່ນຕື່ນຕົກໃຈ



ເມື່ອວັນທີ່ 5 ເມສາ ສຳນັກຂ່າວຕ່າງປະເທດ ລາຍງານວ່າເຮືອບິນ ສາຍການບິນສະກຸ໊ດຖ້ຽວບິນ TR 634 ບິນຈາກສິງກະໂປ ເມື່ອເວລາ 13:20 ກຳລັງມຸ່ງໜ້າໄປທາງຫາດໃຫ່ຍ ເຊິ່ງມີຜູ້ໂດຍສານ 173 ຄົນ ແລະ ລູກເຮືອ 6 ຄົນ ຖືກຂູ່ວ່າງລະເບີດ ເຮັດໃຫ້ຕ້ອງບິນກັບສຸກເສີນ ມາທີ່ສະໝາມບິນຊາງງີຂອງສິງກະໂປ ໃນເວລາ 15:23 ໂດຍມີເຄື່ອງບິນຂັບໄລ່ແບບ F-15SG ຂອງ ກອງທັບອາກາດສິງກະໂປ ຈຳນວນ 2 ລຳ ບິນປະກອບຄອຍຄຸ້ມກັນ ຈາກທະເລຈີນໃຕ້ຢ່າງປອດໄພ

ທັ້ງນີ້ໄດ້ມີການກວດສອບ ກະເປົາ ສຳພາລະຂອງຜູ້ໂດຍສານ ເຊຶ່ງເປັນຊາຍໄວ 41 ປິ ລວມທັ້ງໝູ່ອີກ 2 ຄົນ ທີ່ມານຳກັນໂດຍບໍ່ພົບວັດຖຸລະເບີດ ຈື່ງໄດ້ຈັບກຸມ ຊາຍໄວ 41 ປີ ຖານແຈ້ງຄວາມເທັດ ໃນທ່່າອາກາດຊະຍານ  ຂໍ້ຫາເຮັດຜູ້ອື່ນຕື່ນຕົກໃຈ

ຂະນະທີ່ສາຍການບິນສະກຸ໊ດອອກຖະແຫຼງການເມື່ອຊ່ວງບ່າຍວ່າ ເຮືອບິນລົງຈອດຢ່າງປອດໄພ ໃນເວລາ 15:23 ເຊຶ່ງກຳລັງເຮັດວຽກຢ່າງໃກ້ຊິດກັບທາງການສິງກະໂປ ເພື່ອໃຫ້ແນ່ໃຈວ່າຜູ້ໂດຍສານຂອງເຮົາທຸກຄົນປອດໄພດີ
Powered by Blogger.