ວານໄຣ ໃກ້ສູນພັນເພາະໄຮ້ການກຳເນີດບຸດ
ສຳນັກງານການບໍລິການປະມົງທະເລແຫ່ງຊາດສະຫະຣັດອາເມຣິກາໄດ້ລາຍງານເມື່ອໄວໆນີ້ ກ່ຽວກັບວິກິດຂອງວານໄຣ ( Right Whale ) ໃກ້ຈະສູນພັນ ເຊິ່ງອາໄສຢູ່ບໍລິເວນແຄມຝັ່ງຕາເວັນອອກສຽງໃຕ້ຂອງສະຫະຣັດອາເມາຣິກາ ຫຼັງຈາກຕິດຕາມ ໄດ້ພົບວ່າວານຊະນິດນີ້ບໍ່ມີການກຳເນີດບຸດໂຕໃໝ່ໆ ໂດຍສັງເກດມາຕັ້ງແຕ່ເດືອນທັນວາ ເພາະປົກກະຕິແລ້ວວານໄຣທີ່ຕັ້ງທ້ອງມັກອົບພະຍົບໄປໃນຊ່ວງລະດູໜາວເພື່ອໃຫ້ກຳເນີດລູກໃນນ້ຳອຸ່ນຂອງມະຫາສະມຸດແອດແລນຕິກ
ນັກວິທະຍາສາດຄາດວ່າມີວານໄຣແອດແລນຕິກເໜືອເຫຼືອຢູ່ປະມານ 450 ໂຕເທົ່ານັ້ນ ເຊິ່ງພວກມັນໄດ້ຮັບຜົນກະທົບຢ່າງໜ້ອຍ ໂດຍສະເພາະເມື່ອປີກ່ອນມີວານໄຣ 17 ໂຕເສຍຊີວິດໃນເຂດສະຫະຣັດ ແລະ ແຄນນາດາພົບວ່າຢ່າງໜ້ອຍ 4 ໂຕທີ່ຖືກເຮືອໂຈມຕີ ແລະ ຢ່າງໜ້ອຍອີກ 2 ໂຕເສຍຊີວິດຈາກການຕິດກັບດັກຈັບປາຂອງເຮືອປະມົງ ຈຳນວນການຕາຍຂອງວານໄຣດັ່ງກ່າວຈຶ່ງທຽບບໍ່ໄດ້ເລີຍ ກັບອັດຕາການເກີດໃໝ່ຂອງວານ ທີ່ສຳຄັນໃນຊ່ວງລະດູໜາວທີ່ຜ່ານມາກໍ່ບໍ່ພົບການຟື້ນໂຕຂອງວານກຸ່ມນີ້ ເປັນໄປໄດ້ວ່າ ປະຊາກອນວານໄຣ ອາດຫົດໂຕລົງອີກ ພາຍໃນປີ 2018 ນັກວິທະຍາສາດສົງໄສວ່າຄວາມຄຽດຂອງວານໂຕແມ່ອາດເປັນສ່ວນໜຶ່ງທີ່ເຮັດໃຫ້ການຕັ້ງທ້ອງເປັນເລື່ອງຍາກ ແລະ ມີຜົນວີໄຈພົບວ່າວານໂຕແມ່ສ່ວນໃຫຍ່ຈະຕາຍເມື່ອອາຍຸ 30 ປີ
ຄວາມກັງວົນໃຈເຫຼົ່ານີ້
ເຮັດໃຫ້ນັກອະນຸລັກຫຼາຍກຸ່ມພະຍາຍາມຮຽກຮ້ອງຣັດຖະບານສະຫະຣັດ
ປ່ຽນນະໂຍບາຍການພິທັກປົກປ້ອງວານ
ຕາມກົດໝາຍວ່າດ້ວຍສັດໃກ້ສູນພັນແລະຕ້ອງການໃຫ້ມີການປະຕິຮູບກົດລະບຽບກ່ຽວກັບອຸດສາຫະກຳປະມົງອີກດ້ວຍ