ນັກດຳນ້ຳຈາກຣັດເຊຍ ລົງດຳນ້ຳສຳຫຼວດໜອງຟ້າອັດຕະປືທີ່ລືກັນວ່າເຂັດ
ເມື່ອວັນທີ່
24 ເມສາ 2018 ນັກດຳນ້ຳຈາກຣັດເຊຍກຳລັງວິໄຈ ແລະ ສຳຫຼວດເບິ່ງໜອງຟ້າ ທີ່ເມືອງໂພນໄຊ
ແຂວງອັດຕະປື ເຊິ່ງເປັນທີ່ລືຊາກັນວ່າສັກສິດ ແລະມີຄວາມເລິກຫຼາຍແມັດ
ການດຳນ້ຳເພື່ອວິໄຈເທື່ອນີ້ກໍ່ໄດ້ມີອຳນາດການປົກຄອງບ້ານ
ພາກສ່ວນກ່ຽວຂ້ອງແລະບັນດາພໍ່ແມ່ພີ່ນ້ອງຊາວບ້ານຕິດຕາມເບິ່ງການສຳຫຼວດນ້ຳຂອງພວກເຂົາວ່າຈະມີຫຍັງເກີດຂຶ້ນແນ່
ແລະ ປະຈຸບັນນີ້
ນັກສຳຫຼວດຊາວຣັດເຊຍກໍ່ໄດ້ພົບກັບຫິນປະຫຼາດ ເຊິ່ງນັກຊ່ຽວຊານຊາວຣັດເຊຍຄາດວ່າເປັນຫິນຈາກລາວາຈາກພູເຂົາໄຟ
ແລະ ຍັງເຊື່ອວ່າຍັງມີຫຼາຍຢູ່ທົ່ວໃຕ້ນ້ຳອິກ



