ຈຸດຈົບຂອງສາຍແຂງຂອງແທ້ ສາວເມົາໜັກ ປີນຫຼັງຄາເຮືອນ ຕົກລົງມາຕິດຮ່ອມແຄບໆ 6 ຊົ່ວໂມງ
ສາວໃນຟິລິປິນເມົາໜັກ ປີນຂື້ນຫຼັງຄາເຮືອນພາດຕົກລົງມາຕິດລະຫວ່າງຮ່ອມວ່າງຂອງເຮືອນ
2 ຫຼັງ
ກູ້ໄພໂລ່ຊ່ອຍເຫຼືອໄດ້ແຕ່ຕ້ອງໃຊ້ເວລາດົນກວ່າ 6 ຊົ່ວໂມງຈຶ່ງນຳໂຕອອກມາໄດ້
ໂດຍກ່ອນໜ້ານີ້ຄົນເຫັນເຫດການເລົ່າວ່າ ສາວຄົນນີ້ ພະຍາຍາມປີນຂຶ້ນໄປເທິງຫຼັງຄາເຮືອນ ແຕ່ພາດຕົກລົງມາຕິດຢູ່ຮ່ອມຫວ່າງນ້ອຍໆ ລະຫວ່າງເຮືອນ 2 ຫຼັງຕິດກັນ ບໍ່ສາມາດປີນຂື້ນມາໄດ້ ຈຶ່ງສົ່ງສຽງຮ້ອງໃຫ້ຄົນຊ່ອຍ ຈົນຄົນແຖວນັ້ນຕ້ອງໄດ້ແຈ້ງເຈົ້າໜ້າທີ່ກູ້ໄພມາຄວບຄຸມສະຖານະການ ດັ່ງນັ້ນເຈົ້າໜ້າທີ່ກູ້ໄພເປີດເຜີຍວ່າ ສາວຄົນນີ້ຢູ່ໃນອາການເມົາຢ່າງໜັກ ທັງດີ້ນແລະພະຍາຍາມຕໍ່ຕ້ານການຊ່ອຍເຫຼືອຈາກເຈົ້າໜ້າທີ່ ຈົນເຮັດໃຫ້ການປະຕິບັດງານຢ່າງຍາກລຳບາກຈົນເວລາຜ່ານໄປດົນກວ່າ 6 ຊົ່ວໂມງ
ເຈົ້າໜ້າທີ່ຈຶ່ງໃຊ້ວິທີທຸບກຳແພງໃຫ້ເປັນຮ່ອມວ່າງໃຫຍ່ຂຶ້ນ ເພື່ອນຳໂຕອອກມາ ໂດຍພົບວ່າສາວມີຮອຍບາດແຜເຕີກແລະຊ້ຳ ແຕ່ບໍ່ໄດ້ຮັບບາດເຈັບຮຸນແຮງໃດໆ