ຜູ້ນຳໂສມແດງຢ້ຽມຢາມຜູ້ບາດເຈັບ ຈາກເຫດລົດທົວຈີນຕົກຂົວ


ຜູ້ນຳສູງສຸດຂອງເກົາຫຼີເໜືອຢ້ຽມຢາມນັກທ່ອງທ່ຽວຊາວຈີນ 2 ຄົນ ເຊິ່ງໄດ້ຮັບບາດເຈັບໃນອຸປະຕິເຫດລົດເມໂດຍສານຕົກຂົວ ໃນເຂດຊານເມືອງປຽງຢາງ ທີມີຜູ້ເສຍຊີວິດເຖິງ 36 ຄົນ


ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງໂຊນ ປະເທດເກົາຫຼີໃຕ້ ເມື່ອວັນທີ່ 24 ເມສາ ໂດຍອ້າງຈາກລາຍງານຂອງສຳນັກງານຂ່າວກາງເກົາຫຼີ (ເຄຊີເອັນເອ) ວ່າທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ເດີນທາງໄປໂຮງໝໍແຫ່ງໜຶ່ງໃນເມືອງປຽງຢາງ ເມື່ອວັນຈັນທີ່ຜ່ານມາເພື່ອຢ້ຽມຢາມພົນລະເມືອງຊາວຈີນ 2 ຄົນ ເຊິ່ງໄດ້ຮັບບາດເຈັບຈາກອຸປະຕິເຫດລົດເມໂດຍສານເສຍຫຼັກຕົກຈາກຂົວ ບໍລິເວນຖະໜົນສາຍຫຼັກຂອງທ້ອງທີ່ຂອງ
ຈັງຫວັດຮວງແຮ ເໜືອ ຊານເມືອງປຽງຢາງ ເຊິ່ງເຫດເກີດຂຶ້ນມື້ຄືນວັນອາທິດຕາມເວລາທ້ອງຖິ່ນ ເປັນເຫດໃຫ້ມີຜູ້ເສຍຊີວິດເຖິງ 36 ຄົນ ແບ່ງເປັນນັກທ່ອງທ່ຽວຊາວຈີນ 32 ຄົນ ແລະ ຊາວເກົາຫຼີເໜືອ 2 ຄົນ


 ທັງນີ້ ກ່ອນເດີນທາງໄປໂຮງໝໍ ທ່ານ ຄິມ ຈອງ-ອຶນ ໄດ້ເດີນທາງໄປສະຖານທູດຈີນປະຈຳເມືອງປຽງຢາງ ເພື່ອພົບແລະສະແດງຄວາມເສຍໃຈເປັນການສ່ວນໂຕກັບທ່ານ ຫຼີ່ ຈິນຈຸ້ນ ເຊິ່ງເປັນທູດຈີນ ໂດຍຄິມ ຈອງ-ອຶນ ກ່າວວ່າອຸປະຕິເຫດທີ່ເກີດຂຶ້ນໄດ້ສ້າງຄວາມສະເທືອນໃຈຢ່າງຫຼວງຫຼາຍໃຫ້ແກ່ຊາວເກົາຫຼີເໜືອ

ຂະນະທີ່ກະຊວງການຕ່າງປະເທດໃນເມືອງປັກກິ່ງອອກມາຖະແຫຼງການວ່າຣັດຖະບານຈີນໄດ້ສົ່ງບຸກຄະລາກອນທາງການແພດ ແລະ ເຈົ້າໜ້າທີ່ການທູດຈຳນວນໜຶ່ງເດີນທາງໄປເມືອງປຽງຢາງເພື່ອການນີ້ດ້ວຍ ດ້ານສື່ມວນຊົນຈີນຫຼາຍສຳນັກງານໂດຍອ້າງແຫຼ່ງຂ່າວວ່າສະພາບອາກາດໃນຊ່ວງນັ້ນຄືມີຝົນຕົກລົງມາ


ທ່ານຄິມ ຈອງ-ອຶນ ແລະ ທ່ານ ຫຼີ່ ຈິນຈຸ້ນ ທູດປະຈຳເມືອງປຽງຢາງ

ເປັນທີ່ຮູ້ກັນດີໂດຍທົ່ວໄປວ່າຈີນເປັນປະເທດຜູ້ອຸປະຖຳຂອງເກົາຫຼີເໜືອ ແລະ ຈີນຍັງຖືເປັນ “ປະຕູ” ພຽງບານດຽວໃນການເດີນທາງເຂົ້າສູ່ເກົາຫຼີເໜືອ ໂດຍນອກຈາກສາຍການບິນພານິດແລ້ວຍັງມີບໍລິການລົດໄຟຟ້າຈາກເມືອງຕານຕົງ ໃນມົນທົນຫຼຽວໜິງ ທີ່ຢູ່ທາງຕາເວັນອອກສຽງເໜືອຂອງປະເທດ

ຢ່າງໃດກໍ່ຕາມ ຈຳນວນນັກທ່ອງທ່ຽວຈາກຕາເວັນຕົກລົດລົງຢ່າງຕໍ່ເນື່ອງ ໂດຍສະເພາະນັກທ່ອງທ່ຽວຈາກສະຫະຣັດ ຈາກການທີ່ຣັດຖະບານວໍຊິງຕັນປະກາດເມື່ອເດືອນກຸມພາ ປີແລ້ວນີ້ ວ່າຫ້າມພົນລະເມືອງເດີນທາງໄປເມືອງປຽງຢາງເພື່ອການທ່ອງທ່ຽວ
Powered by Blogger.