ບື້ມ!!! ສະນັ່ນໃນວັນເກີດ ນາທີປຸມເປົ້າລະເບີດ ຂະນະສາວຈູດທຽນເປົ່າເຄັກ
ຄລິບວິນາທີປຸມເປົ້າລະເບີດໃນງານວັນເກີດ ຫຼັງແປວໄຟຈາກທຽນປິວໄປຖືກ
ກ່ອນເຮັດສາວເຈົ້າຂອງງານຕື່ນຕົກໃຈແລ່ນປົບຕາຍບໍ່ຄິດຊີວິດ
ວັນທີ່ 24 ເມສາ 2018 ໃນໂລກອອນໄລນ໌ໄດ້ມີການສົ່ງຕໍ່ຄລິບ
ເປັນອຸທາຫອນເຕືອນໃຈໃຫ້ລະວັງ ຫຼັງເກີດເຫດປຸມເປົ້າລະເບີດກາງງານວັນເກີດ
ໂດຍຄລິບໄດ້ເຜີຍໃຫ້ເຫັນພາບງານສ້າງສັນວັນເກີດຂອງສາວຄົນໜຶ່ງ
ເຊິ່ງລະຫວ່າງທີ່ກຳລັງຈູດທຽນເປົ່າເຄັກ ໄດ້ເກີດເຫດບໍ່ຄາດຝັນຂຶ້ນ ເມື່ອແປວໄຟລອຍໄປກະທົບກັບປຸມເປົ້າອັດແກ໊ສທີ່ລອຍຢູ່ທາງຂ້າງ
ຈົນເຮັດໃຫ້ເກີດໄຟລຸກຖ້ວມ ສ້າງຄວາມຕົກໃຈໃຫ້ກັບຜູ້ຮ່ວມງານຢ່າງໜັກ ໂດຍສະເພາະສາວເຈົ້າຂອງວັນເກີດ
ທີ່ຮ້ອງອອກມາດ້ວຍຄວາມຕົກໃຈ ແລະ ແລ່ນໜີຢ່າງບໍ່ຄິດຊີວິດ
ຫຼັງຈາກເກີດເຫດທີ່ເກີດຂຶ້ນເຖິງວ່າຈະບໍ່ມີໃຜຮັບບາດເຈັບຫຼືເປັນອັນຕະລາຍເຖິງຊີວິດ
ແຕ່ຢ່າຈູດໄຟໃກ້ປຸມເປົ້າເປັນອັນຂາດ ບໍ່ຊັ້ນອາດຈະບໍ່ໂຊກດີຄືເຫດການນີ້ກໍ່ໄດ້
