6 ຂໍ້ຫ້າມຂອງ “ມາລະຍາດການໃຊ້ໄມ້ຄີບຖູ່” ເທິງໂຕະອາຫານຍີ່ປຸ່ນ
ໄມ້ຄີບຖູ່ເປັນອຸປະກອນທີ່ສຳຄັນສຳຫຼັບມື້ອາຫານຂອງຊາວຍີ່ປຸ່ນ
ແຕ່ມັນຈະມີອັນໃດແດ່ທີ່ເປັນຂໍ້ຫ້າມ ເຮົາມາເບິ່ງກັນເລີຍ
1. Yose-bashi: ເລື່ອນມາໃກ້ໆແມະ
ຫ້າມໃຊ້ໄມ້ຄີບຖູ່ລາກ ຫຼື ເລື່ອນຈານອາຫານໂດຍເດັດຂາດ ເພາະມັນສະແດງເຖິງຄວາມບໍ່ເຄົາລົບຕໍ່ອາຫານ
ເຊິ່ງເປັນສິ່ງຂອງທຳມະຊາດ ຕາມຄວາມເຊື່ອຂອງຊາວຍີ່ປຸ່ນວ່າທຸກໆຢ່າງລ້ວນແລ້ວແຕ່ມີດວງວິນຍານສະຖິດຢູ່ສະເໝີ
2.Sashi-bashi, Tsuki-bashi:
ຈິ້ມເລີຍ
ສະດວກດີ
ການໃຊ້ໄມ້ຄີບຖູ່ແທນສ້ອມ ຈິ້ມອາຫານເພື່ອຄວາມສະດວກ ແທນການຄີບ ເປັນການເສຍມາລະຍາດຢ່າງແຮງ
ຄວນໃຊ້ການຄີບທຸກໆອັນ ຕາມໜ້າທີ່ຂອງມັນຈະດີທີ່ສຸດ
3. Mayoi-bashi: ອັນນີ້ກະດີ ອັນນັ້ນກະຄັກ
ມັກສັບສົນ ລັງເລວ່າຊິກິນອັນໃດດີ ໃຊ້ໄມ້ຄີບຖູ່ວົນໄປວົນມາ ບໍ່ເລືອກກິນຈັກເທື່ອ
ເຊິ່ງບໍ່ຄວນເຮັດເດັດຂາດ
4. Saguri-bashi: ຊອກຢູ່ຫັ້ນລະ ຈັກຊອກຫຍັງ
ການໃຊ້ໄມ້ຄີບຖູ່ເຂ່ຍຊອກຫານອາຫານທີ່ໂຕເອງມັກທັງໃນຈານຂອງໂຕເອງ ທັງໃນຈານກາງ
ເປັນການເສຍມາລະຍາດ ເພາະອາດເຮັດໃຫ້ໝູ່ຮ່ວມໂຕະໝົດອາລົມ ທາງທີ່ດີເລັງສິ່ງທີ່ຢາກແລ້ວຄີບໂລດ
5. Hotoke: ຮຶ! ໄມ້ຄີບຖູ່ຫຼືທູບກັນແທ້
ຫ້າມປັກໄມ້ຄີບຖູ່ໄວ້ເທິງເຂົ້າເດັດຂາດ ເພາະຖືເປັນການໃຫ້ອາຫານຄົນຕາຍ
ທາງທີ່ດີຄືວາງໄວ້ບ່ອນວາງຂອງມັນ ຫຼື ພາດແນວນອນໄວ້ເທິງຈານ
6. ຄວນຈັບໄມ້ຄີບຖູ່ໃນທ່າທາງທີ່ເໝາະສົມ ການກຳໄວ້ໃນມື ຊາວຍີ່ປຸ່ນເບິ່ງວ່າເປັນການຈັບອາວຸດເພື່ອທຳຮ້າຍຜູ້ອື່ນ
ແລະສຸດທ້າຍກໍ່ຢາກບອກວ່າຍັງມີຫຼາຍໆຢ່າງທີ່ຫ້າມກັນຕາມມາລະຍາດທາງສັງຄົມເຊັ່ນກັບບ້ານເຮົາ
ບໍ່ວ່າບ້ານເພິ່ນບ້ານໂຕ ຄວນຮັກສາມາລະຍາດໃນການກິນເຂົ້າຮ່ວມໂຕະກັນ ບໍ່ຊັ້ນມີຫວັງໄມ້ຄີບຖູ່ແທງຕາກັນຄາພາເຂົ້າແທ້
