ພໍ່ຈັບລູກມັດໃສ່ທ້າຍລົດຈັກ ໄປສົ່ງຢູ່ໂຮງຮຽນ ຊາວເນັດຈວກບໍ່ປອດໄພ
ເມື່ອວັນທີ 26 ເມສາເວັບໄຊທ໌ຂ່າວ
ເດລີ່ເມ ລາຍງານຄລິບພໍ່ສຸດໃຈຮ້າຍຈັບລູກສາວມັດໄວ້ຕິດກັບທ້າຍລົດຈັກແລ້ວຂີ່ພາລູກໄປໂຮງຮຽນໄປຕາມທາງເຊິ່ງລູກສາວໄດ້ຮ້ອງໄຫ້ຢ່າງເສຍຂວັນໂດຍທີຂາຂອງລູກໄດ້ຫ້ອຍລົງຢ່າງຫວາດສຽວໃນຂະນະທີ່ພໍ່ຂີ່ລົດຊີ້ງແບບບໍ່ມີທ່າທີຈະປ່ອຍລູກໄປ
ເຊິ່ງເຫດເກີດຂຶ້ນທີ່ເມືອງຫຍຸນຝູ
ມົນທົນກວາງຕຸ້ງ ປະເທດຈີນ ຈາກນັ້ນເມື່ອມີຕຳຫຼວດທ້ອງຖີ່ນພົບເຫັນເຫດການເຂົາຈຶ່ງໄດ້ກ່າວຕັກເຕືອນພໍ່ຄົນດັ່ງກ່າວ
ຕໍ່ມາຄລິບຖືກເຜີຍແພໄປຕາມໂຊຊ້ຽວເຮັດໃຫ້ຊາວເນັດຕ່າງກໍ່ວິພາກວິຈານພໍ່ໃນເລື່ອງອັນຕະລາຍທີ່ອາດຈະເກືດຂື້ນກັບລູກສາວທັງນີ້ຝ່າຍພໍ່ໃຫ້ການວ່າເຂົາຕ້ອງພາລູກສາວໄປຮຽນໜັງສືໃຫ້ແລ້ວ
ບໍ່ວ່າຕ້ອງໃຊ້ວິທີການໃດກໍ່ຕາມ
