ສະໝໍລະພູມຊີເຣຍທະວີຄວາມຕຶງຄຽດ ເຜີຍຣັດເຊຍອາດສົ່ງຂີປະນາວຸດຕໍ່ຕ້ານອາກາດສະຍານສຸດລ້ຳ
‘S-300’ ໄປຊີເຣຍໃນໄວໆນີ້ ຂະນະທີ່ຣັດຖະມົນຕຣີວ່າການກະຊວງການຕ່າງປະເທດຣັດເຊຍປັດຣັດຖະບານປູຕິນ
ຍັງບໍ່ຕັດສິນໃຈຂໍປະເມີນສະຖານະການອີກເທື່ອກ່ອນ
ເມື່ອ 23 ເມສາ 2018 ທີ່ຜ່ານມານີ້ ສຳນັກງານຂ່າວຣອຍເຕີ
ອ້າງສຳນັກຂ່າວທາສໃນຣັດເຊຍ ວ່າ ທ່ານເຊີເກ ລາຟຣອບ ຣັດຖະມົນຕຣີວ່າການກະຊວງການຕ່າງປະເທດຣັດເຊຍ
ກ່າວ ເມື່ອວັນຈັນທີ່ 23 ເມສາ ລະຫວ່າງການຢຽມຢາມຈີນວ່າ ຣັດຖະບານປະທານາທິບໍດີວະລາດີເມຍ
ປູຕິນ ຂອງຣັດເຊຍ ຍັງບໍ່ຕັດສິນໃຈຈະສົ່ງຂີປະນາວຸດສຸດລ້ຳຕໍ່ຕ້ານອາກາດສະຍານ S-300 ໄປຊີເຣຍຫຼືບໍ່ ແຕ່ຖ້າການຕັດສິນໃຈອອກມາເປັນແນວໃດ
ຣັດເຊຍຈະບໍ່ເກັບເລື່ອງນີ້ໃຫ້ເປັນຄວາມລັບ ຈະມີການເປີດເຜີຍຕໍ່ສາທາລະນະຊົນແນ່ນອນ ໂດຍ
ທ່ານ ລາຟຣອບ ຍັງເຜີຍວ່າ ທາງການຣັດເຊຍກຳລັງຖ້າເບິ່ງສະຖານະການສູ້ຮົບໃນຊີເຣຍ
ເພື່ອຕັດສິນໃຈເປັນກໍລະນີພິເສດ