ນຳຫານັກສຶກສາສາວຊາວຫວຽດນາມຫາຍໂຕໄປຫຼັງໄຟໄໝ້ອາພາດເມັນກາງເມືອງ




ວັນ ທີ 3 ເມສາ ຈາກກໍລະນີທີ່ໄຟໄຫມ້ອາພາດເມັນ 14 ຊັ້ນ ພາຍໃນຊອຍເພັດບຸລີ 18 ໃນຄືນທີ່ຜ່ານມາ ມີຜູ້ເສຍຊີວິດ 3 ຄົນແລະບາດເຈັບຈຳນວນຫຼາຍ. ອີງຕາມບົດລາຍງານນັ້ນ ຂະນະທີ່ ສະຖານີວິທະຍຸຂ່າວສານແລະການຈະລາຈອນ 100 ໄດ້ຮັບແຈ້ງກ່ຽວກັບບຸກຄົນທີ່ສູນຫາຍຈາກເຫດການດັ່ງກ່າວ ເປັນນັກຮຽນສາວຊາວຫວຽດນາມທີ່ມາສຶກສາທີ່ມະຫາວິທະຍາໄລຈຸລາລົງກອນ ຫຼັງຈາກເຫດການດັ່ງກ່າວຜູ້ປົກຄອງຍັງຕິດຕໍ່ແລະບໍ່ພົບຕົວເທື່ອ.



ນັກສຶກສາສາວຄົນດັ່ງກ່າວຊື່ວ່າ ນາງສາວແວ ອາຍຸ 27 ປີ ເປັນນັກສຶກສາປະລິນຍາໂທ ຄະນະວິທະຍາສາດ ທໍລະນີສາດ ປີໂຕລ້ຽມ ຫຼັກສູດ 1 ປີ ມະຫາວິທະຍາໄລຈຸລາລົງກອນ ທີ່ອາໄສຢູ່ຊັ້ນ 13 ຂອງອາພາດເມັນຢູ່ທີ່ເກີດເຫດ. ໂດຍຫຼັງຈາກເຫດສະຫງົບລົງແລ້ວ ເຈົ້າໜ້າທີ່ບໍ່ສາມາດຕິດຕໍ່ຫານັກສຶກສາຄົນດັ່ງກ່າວໄດ້ ແລະ ຫາຍໂຕໄປ. ຈຶ່ງເລັ່ງປະສານງານໃຫ້ກວດສອບເບິ່ງໂຮງຫມໍທີ່ໃກ້ຄຽງ.



ທາງເຈົ້າໜ້າທີ່ຕຳຫຼວດສຳນັກງານພະຍາໄທ ຢັ້ງຢືນວ່າຊ່ວງເກີດເຫດໄດ້ຊ່ວຍແມ່ຍິງຊາວຫວຽດນາມທີ່ພັກຢູ່ຊັ້ນ13 ແຕ່ວ່າບໍ່ແນ່ໃຈວ່າຖືກນຳສົ່ງຕໍ່ໂຮງໝໍໃດ ຈົນລ່າສຸດໄດ້ເບາະແສຈາກໂຮງໝໍຣາມາທິບໍດີ  ພົບແມ່ຍິງຫວຽດນາມເຂົ້າຮັບການຮັກສາ ແລະຍັງໃຊ້ເຄື່ອງຊ່ວຍຫາຍໃຈຢູ່. ແລະ ກວດສອບກັບຮູບທີ່ປະສານງານວ່າຕົງກັນບໍ່

ເມື່ອທົດສອບການສອບຖາມຊື່ນາມສະກຸນ ຄົນເຈັບໄດ້ຢັ້ງຢືນວ່າເປັນຊື່ຂອງໂຕມັນເອງ. ຈຶ່ງແນ່ໃຈວ່າແມ່ນນັກສຶກສາສາວຊາວຫວຽດນາມທີ່ຫາຍໂຕໄປຫຼັງຈາກໄຟໄຫມ້.
 ພົບວ່ານາງໄດ້ຮັບບາດເຈັບເລັກນ້ອຍ. ມີອາການສະໝັກຄວັນໄຟ ປັດຈຸບັນໄດ້ປະສານງານກັບຜູ້ດູແລນັກສຶກສາແລະເດີນທາງໄປຮັບໂຕແລ້ວ




Powered by Blogger.