ຢູເອັນສອບສວນເຮລີຄ໋ອບເຕີ້ອັບການິສະຖານຂ້າຊາວພົນລະເມືອງ
ອົງການສະຫະປະຊາຊາດ (ຢູເອັນ) ສັ່ງສອບສວນລາຍງານຂ່າວ ການໂຈມຕີທາງອາກາດຂອງເຮລີຄ໋ອບເຕີ້ກອງທັບອັບການີສະຖານຕໍ່ໂຮງຮຽນສອນສາສະໜາໃນພື້ນທີ່ຄວບຄຸມຂອງກຸ່ມຕາລີບັນ ເມື່ອວັນຈັນທີ່ຜ່ານມາ ເຮັດໃຫ້ພົນລະເມືອງເສຍຊີວິດຢ່າງໜ້ອຍ 59 ສົບ ສ່ວນໃຫຍ່ເປັນນັກຮຽນ
ສຳນັກງານຂ່າວ AFP ລາຍງານຈາກແຂວງຄຸນດຸສ ປະເທດອັບການິສະຖານ ເມື່ອວັນທີ 3 ເມສາ ວ່າປະຊາຊົນຫຼາຍຮ້ອຍຄົນເຂົ້າຮ່ວມພິທີສຳເລັດການສຶກສາ ທີ່ໂຮງຮຽນສອນສາສະໜາເມືອງດາສເຕ ອາຊີ ເຊິ່ງເປັນພື້ນທີ່ອິດທິພົນຂອງກຸ່ມຕາລີບັນ ໃນແຂວງຄຸນດຸສ ທາງພາກຕາເວັນອອກສຽງເໜືອຂອງອັບການິສະຖານ ເມື່ອວັນຈັນທີ່ຜ່ານມາ ເມື່ອກອງທັບເຮລີຄ໋ອບເຕີ້ຂອງກອງທັບອາກາດອັບການິສະຖານໂຈມຕີ
ເຈົ້າໜ້າທີ່ສ່ວນຄວາມໝັ້ນຄົງອັບການິສະຖານລາຍໜຶ່ງ ເຜີຍວ່າ ປະຊາຊົນຢ່າງໜ້ອຍ 59 ຄົນລວມເຖິງຜູ້ບັນຊາການສູ້ຮົບຫຼາຍຄົນຂອງກຸ່ມຕາລີບັນ
ເສຍຊີວິດຈາກການໂຈມຕີ ສ່ວນຫຼາຍແມ່ນເດັກນ້ອຍ ແລະ ມີຜູ້ໄດ້ຮັບບາດເຈັບອີກ 57 ຄົນ
ຖືກນຳໂຕສົ່ງໂຮງໝໍໃນຕົວເມືອງ
ສ່ວນທ້າວໂມຮຳມັດ ຣາດມານິສ ໂຄສົກກະຊວງກະລາໂຫມອັບການິສະຖານ ເຜີຍວ່າ
ການໂຈມຕີຄັ້ງນິ້ຜູ້ບັນຊາການສູ້ຮົບລະດັບສູງຂອງຕາລີບັນເສຍຊີວິດ 18 ຄົນ ໄດ້ຮັບບາດເຈັບອີກ 12 ຄົນ
ສະຖານທີ່ຖືກໂຈມຕີເປັນ"ສູນຝຶກ" ຂອງ"ໜ່ວຍແດງ"
ກຳລັງໜ່ວຍສູ້ຮົບຊັ້ນສູງຂອງຕາລີບັນ