ນ້ອຍແຕ່ເຜັດ! ຮັນນີ້ບັອດ ຫຸ່ນຍົນໃຊ້ນຳຈັບ - ເຈາະພິກັດພວກ”ແຮັກເກີ້”





ມູນລະນິທິວິທະຍາສາດແຫ່ງຊາດສະຫະຣັດອາເມຣິກາ ມອບທຶນໃຫ້ນັກວິໄຈສະຖາບັນເທັກໂນໂລຊີແຫ່ງຈໍເຈຍ ປະເທດສະຫະຣັດອາເມຣິກາ ເພື່ອພັດທະນາສ້າງຫຸ່ນຍົນໂດຍມີຈຸດໝາຍເພື່ອໃຊ້ຕໍ່ສູ້ກັບບັນດາອາຊະຍາກອນທາງໄຊເບີ້

ສະຖາບັນເທັກໂນໂລຊີແຫ່ງຈໍເຈຍ ເຜີຍໂສມ ຮັນນີ້ບັອດ (HoneyBot) ເຄື່ອນໄຫວດ້ວຍ 4 ລໍ້ມີພາລະກິດສຳຄັນຂອງມັນຄືຕ້ອງຕົວະຍົວະແຮັກເກີ້ທີ່ເຂົ້າມາເຈາະຂໍ້ມູນໃຫ້ເຂົ້າໃຈຜິດຄິດວ່າສາມາດເຂົ້າສູ່ລະບົບ ແລະ ຄວບຄຸມເປົ້າໝາຍໄດ້ສຳເລັດ



 ທັງນີ້ ຮັນນີ້ບັອດ ເຮັດວຽກຜ່ານລະບົບເຊັນເຊີ້ປ່ອຍຂໍ້ມູນຕົວະຍົວະກຸ່ມແຮັກເກີ້ ແລະ ແຈ້ງເຕືອນຜູ້ໃຊ້ເມື່ອພົບວ່າມີຜູ້ບໍ່ຫວັງດີບຸກລຸກພື້ນທີ່ ແລະ ກວດຈັບວິທີການທີ່ແຮັກເກີ້ໃຊ້ໃນການລັກຂໍ້ມູນ ທີ່ສຳຄັນຄືສາມາດຫາພິກັດຂອງແຮັກເກີ້ໄດ້ອີກດ້ວຍ

ທີມພັດທະນາ ຮັນນີ້ບັອດ ລະບຸວ່າໄດ້ຮ່ວມກັນອອກແບບມາເພື່ອໃຊ້ໃນໂຮງງານອຸດສາຫະກຳທີ່ມັກມີປັນຫາດ້ານລະບົບດີຈິຕອລ ໂດຍຜູ້ຄວບຄຸມຈະປ່ອຍ ຮັນນີ້ບັອດ ໃຫ້ແລ່ນອ້ອມຮອບໂຮງງານລະຫວ່າງປະຕິບັດໜ້າທີ່

ແຕ່ຕອນນີ້ຍັງຢູ່ໃນຂັ້ນຕອນການພັດທະນາ ຮັນນີ້ບັອດ ແລະ ຍັງບໍ່ແນ່ໃຈວ່າຈະມີປະສິດຕິພາບຫຼາຍໜ້ອຍພຽງໃດ

Powered by Blogger.