ສະເປນຕຽມເອົາຜິດເນັດໄອດອລຊື່ດັງ ຫຼັງເອົາ"ຢາສີຟັນ"ໃສ່ຂະໜົມໃຫ້ຄົນຈອນຈັດກິນ



ເນັດໄອດອລຢູທູບເບີ້ຊື່ດັງ ຄັງຮົວ ເຫຼິນ ເຈົ້າຂອງແອັກເຄົ້າຢູທູບ "ຣີເຊັດ" ອາດຕ້ອງຈຳຄຸກດົນເຖິງ 2 ປີພ້ອມປັບໄໝເງິນປະມານ 30.000 ຢູໂຣ ຫຼື ປະມານ 293.457.000ກີບ ຫຼັງຈາກທີ່ຫຼິ້ນແນວບໍ່ເປັນຕາຫຼິ້ນດ້ວຍການບີບຢາສີຟັນໃສ່ຂະໜົມຄຸກກີ້ກ່ອນນຳໄປມອບໃຫ້ກັບຊາຍຈອນຈັດຄົນໜຶ່ງແຄມທາງໃນນະຄອນບາເຊໂລນ້າກິນ

ລາຍງານຂ່າວລະບຸວ່າ ຢູທູບເບີ້ເຊື້ອສາຍຈີນ ເຊິ່ງອາໄສໃນສະເປນ ແລະ ມີຍອດຄົນຕິດຕາມໃນຢູທູບຫຼາຍກວ່າ 1.2 ລ້ານແອັກເຄົ້າໄດ້ເຜີຍແຜ່ຄລິບທີ່ໂຕເອງນຳຢາສີຟັນບີບໃສ່ຂະໜົມທີ່ຖືກແກະໄສ້ເດີມມັນອອກ

ກ່ອນຈະນຳໄປໃຫ້ຊາຍຈອນຈັດເຊື້ອສາຍໂຣມາເນຍ ຊື່ວ່າ ຈໍຈີ້ ໂດຍຢູທູບເບີ້ຄົນດັ່ງກ່າວຍັງໄດ້ກ່າວອີກວ່າການກິນຄູກກີ້ພ້ອມຢາສີຟັນຈະຊ່ວຍໃຫ້ແຂ້ວສະອາດ ແລະ ປົກປ້ອງປາກຂອງຊາຍຈອນຈັດຜູ້ນີ້ໄດ້ອີກ

ແຕ່ໃນອີກມຸມໜຶ່ງຊາວສະເປນແລະຊາວເນັດກໍ່ເຫັນວ່າຢູທູບເບີ້ຄົນນີ້ຫຼິ້ນແຮງເກີນໄປ ໃນຂະນະທີ່ໄອຍາການຕຽມເອົາຜິດຂໍ້ຫາຕົວະຍົ່ວະ ແລະ ກະທຳການເຂົ້າຂ່າຍຢຽດຢາມສັກສີຂອງເພື່ອນມະນຸດດ້ວຍກັນ
Powered by Blogger.