ວິນາທີລະທືກ! ບ້ານລະເບິດຕໍ່ໜ້າຕໍ່ຕາຕຳຫຼວດ ເຈັບສາຫັກ (ຄລີບ)



ກ້ອງຕິດໜ້າລົດຂອງຕຳຫຼວດເທກຊັດ ສາມາດບັກທືກພາບວິນາທີທີ່ເກິດລະເບິດຢ່າງຮຸ່ນແຮງທີ່ເຮືອນຫຼັງໜື່ງ ຕໍ່ໜ້າຕໍ່ຕາເຈົ້າໜ້າທີທີ່ກຳລັງຍ່າງເຂົ້າໄປໃກ້ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຫລາຍຄົນ....

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 19 ເມາສາ ວ່າພາບຈາກຄລີບວິດີໂອສະແດງໃຫ້ເຫັນເຫດການໃນວັນທີ່ 7 ເມສາ ໃນຂະນະທີ່ຕຳຫຼວດເດີນທາງໄປບ້ານຫຼັງນັ້ນໃນເມືອງເຮີດ ຣັດເທກຊັດ ເມື່ອເວລາປະມານ 13:00ໂມງ. ຫຼັງຈາກໄດ້ຮັບແຈ້ງເຫດວ່າມີລົດແລ່ນຕຳເຮືອນຫຼັງນີ້ ແຕ່ໃນຂະນະທີ່ຕຳຫຼວດທ່ານໜື່ງກຳລັງເຂົ້າໄປເວົ້າກັບເຈົ້າຂອງລົດ ກັບເກີດລະເບີດຢ່າງຮຸນແຮງ



ຫຼັງເກີດລະເບີດ ຕຳຫຼວດໃນທີ່ເກີດເຫດໄດ້ຍິນສຽງຄົນຮ້ອງອອກມາຈາກໃນເຮືອນ ເຈົ້າໜ້າທີ່ຈຶ່ງບຸກເຂົ້າໄປທາງປະຕູຫຼັງເພື່ອຊ່ອຍເຫຼືອຜູ້ເຄາະຮ້າຍ 3 ຄົນທີ່ຕິດຢູ່ທາງໃນອອກມາ ກ່ອນທັງໝົດກໍ່ໄດ້ນຳໂຕສົ່ງໂຮງໝໍແລະຄາດວ່າຈະດີໄວໆ ການລະເບີດຍັງເຮັດໃຫ້ຕຳຫຼວດໄດ້ຮັບບາດເຈັບ 2 ທ່ານອີກ ຂະນະທີ່ຄົນຂັບລົດຕຳເຮືອນຫຼັງນັ້ນ ບໍ່ໄດ້ຮັບບາດເຈັບຫຍັງ ແຕ່ຖືກຈັບໂຕໃນຂໍ້ຫາເຮັດຜິດກົດຈາລະຈອນ
Powered by Blogger.