ຜູ້ຊາຍດຶງຄໍເສື້ອພະນັກງານຢູ່ຮ້ານສະດວກຊື້ ຕຳເຄົາເຕີ (ບ່ອນໄລ່ເງີນ) ຢ່າງແຮງ
ກ້ອງວົງຈອນປິດໄດ້ບັນທືກພາບໃນຂະນະທີ່ຜູ້ຊາຍດຶງຄໍເສື້ອຜູ້ຍິງສາວ ເຊິ່ງເປັນພະນັກງານຂາຍເຄື່ອງໃນຮ້ານສະດວກຊື້ເຮັດໃຫ້ທາງຫຼັງຂອງຜູ້ຍິງສາວໄປຕຳກັບເຄົາເຕີ້ຢ່າງແຮງແລະຍັງຊີ້ໜ້າດ່າຍິງສາວອີກ
ໃນຂະນະນັ້ນມີພະນັກງານຄົນອື່ນຢູ່ໃນຮ້ານອີກ ກ່ອນທີ່ຊາຍຄົນນັ້ນຈະຍ່າງອອກໄປຈາກຮ້ານ
ເຫດການດັ່ງກ່າວເກິດຂື້ນ ໃນວັນທີ 20 ເມສາ ເວລາ 23:34 ໂມງ
ພາຍໃນຮ້ານສະດວກຊື້ສາຂາໜື່ງໃນ ຈັງຫວັດອຸບົນລາດຊະທານີ