ຂົນລຸກເລີຍ! ຊາກໄຟໂນ໊ດບຸ໊ກ ໂທລະສັບ ເຕັມປັກເກີດລະເບີດໄຟໄຫມ້ເຮືອນ
ເກີດເຫດໄຟໄໝ້ທີ່ເຮືອນເລກທີ່ 399/182 ຫມູ່ບ້ານຮ່ງເຮືອງຄໍລິຕີ້ເຮົ້າສ໌
ຕຳບົນຫນອງຈ໊ອມ ອຳເພີສັນຊາຍ
ຈັງຫວັດ
ຊຽງໃໝ່ ເຊິ່ງເປັນເຮືອນຊັ້ນດຽວໄຟໄດ້ລຸກໄໝ້ບໍລິເວນຫ້ອງຮັບແຂກລຸກລາມຢ່າງໄວ
ເຈົ້າຂອງເຮືອນໄດ້ຮ້ອງຂໍຄວາມຊ່ວຍເຫຼືອຈົນແຕກຕື່ນກັນທັງຮ່ອມຂະນະທີ່ຄົນຂ້າງເຮືອນມາຊ່ວຍກັນດັບໄຟ
ໃຊ້ເວລາປະມານ 20 ນາທີ
ຈື່ງດັບໄຟໄວ້ໄດ້ກ່ອນທີ່ລົດດັບເພີງຈະມາຮອດ ແຕ່ ຊັບສິນບໍລິເວນຫ້ອງຮັບແຂກໄດ້ຮັບຄວາມເສຍຫາຍເກືອບໝົດ



