ສ້າງຫຸ່ນຍົນກັນດ້ຳຍັກ ເຕີມເຕັມຄວາມຝັນ


ຄວາມມ່ວນຊື່ນຂອງສະໄໝຍັງນ້ອຍ ບໍ່ວ່າຊິເປັນກາຕູນຫຼືຂອງຫຼິ້ນ ສິ່ງເລົ່ານີ້ທີ່ໃຫຍ່ຂຶ້ນມາກັບເຮົາຈົນເຮົາເຕີບໃຫຍ່ ບາງຄົນກໍ່ອາດລືມເລືອນໄປ ແຕ່ຫຼາຍຄົນຍັງຈື່ຝັງໃຈ ແລະພະຍາຍາມເຮັດຝັນໃຫ້ກາຍເປັນຈິງ ເຊັ່ນນັກວິຊະວະກອນຊາວຍີ່ປຸ່ນນາມວ່າ ມາຊາອາກິ ນາກູໂມ ທີ່ເຄີຍຝັນວ່າຈະເຂົ້າໄປບັງຄັບພາຍໃນຫຸ່ນຍົນກັນດ້ຳ ທີ່ເຄີຍເບິ່ງໃນຊີຣີ້ສ໌ອານິເມຊັ້ນທີ່ລາວມັກທີ່ສຸດຊື່ "Mobile Suit Gundum"

ຕອນນີ້ຄວາມຝັນນັ້ນໄດ້ກາຍເປັນຈິງຂຶ້ນມາແລ້ວ ເມື່ອບ່າວວິສະວະກອນຜູ້ນີ້ໄດ້ເຮັດວຽກຢູ່ບໍລິສັດທີ່ຜະລິດເຄື່ອງຈັກທາງການກະເສດຊື່ ຊາກາກິບາຣາ ຄິຄາອິ ລາວມີແນວຄິດວ່າການສ້າງຫຸ່ນຍົນອາດກາຍເປັນໂອກາດທາງທຸລະກິດຂອງບໍລິສັດ ທີ່ສຳຄັນຄືເຕີມເຕັມຄວາມຝັນໃນໄວເດັກຂອງຕົນ ລາວໄດ້ອອກແບບແລະຕັ້ງຊື່ຫຸ່ນວ່າ "ໂມໂນໂນຟູ" (Mononofu) ສູງ 8.5 ແມັດ ໜັກ 7.000 ກິໂລກຣາມພາຍໃນຫຸ່ນມີຫ້ອງບັງຄັບການເໜັງຕີງ ພ້ອມຈໍພາບແລະຄັນໂຍກເພື່ອຄວບຄຸມແຂນຂາ ນິ້ວຂອງມັນເໜັງຕີງໄດ້ ແຖມຍັງຕິດອາວຸດປືນມີ່ແຂນຂວາສາມາດຍິງລູກຟອງນ້ຳໄດ້ໃນຄວາມໄວ 140 ກິໂລແມັດຕໍ່ຊົ່ວໂມງ ໄປໜ້າຫຼືຖອຍຫຼັງກໍ່ໄດ້

ຫຸ່ນນີ້ສາມາດເຊົ່າໄດ້ ສຳຫຼັບງານວັນເກີດຫຼືງານຕ່າງໆ ແຕ່ລາຄາຂ້ອນຂ້າງສູງຄື 100.000 ເຢນຕໍ່ຊົ່ວໂມງ ຫຼື ປະມານ 7,950,000 ກີບ
Powered by Blogger.