ສຸດຊ໊ອກ!!! ນັກທຸລະກິດອິນເດຍເຕັ້ນສະຫຼອງໄດ້ລາງວັນ ຫົວໃຈວາຍເສຍຊີວິດຄາເວທີ (ມີຄລິບ)
ນັກທຸລະກິດອິນເດຍດີໃຈສຸດໆ ໄດ້ລາງວັນວົງການທ່ອງທ່ຽວ ຈຶ່ງຂຶ້ນເຕັ້ນສຸດແຮງ ກ່ອນຫົວໃຈວາຍ ເສຍຊີວິດຄາທີ່ຕໍ່ໜ້າຕາແຂກທີ່ມາຮ່ວມງານ
ສຳນັກຂ່າວຕ່າງປະເທດລາຍງານວ່າທ່ານ ວິຊະນຸ ປານເດ ນັກທຸລະກິດດ້ານການທ່ອງທ່ຽວຈາກນະຄອນມຸມໄບອາຍຸ
53
ປີດີໃຈສຸດຂີດຫລັງຈາກໄດ້ຮັບການປະກາດວ່າໄດ້ລາງວັນເວທີ "ໂກເດັນ ອາວອດ"
ທີ່ງານປະກາດລາງວັນຂອງບໍລິສັດທ່ອງທ່ຽວໃນເມືອງອັກຄະຣະ ຣັດອຸດຕະຕຣາປະເທດ ອິນເດຍ
ໂດຍລາວໄດ້ຂື້ນໄປເຕັ້ນໂຊລີລາເທີງເວທີກ່ອນທີ່ລາວຈະລົ້ມລົງແລ້ວເສຍຊີວິດ
ກ້ອງວິດີໂອພາຍໃນງານໄດ້ບັນທືກພາບຊ່ວງເວລາສຸດທ້າຍຂອງທ່ານ ປານເດ ໄວ້ໄດ້
ໂດຍສະແດງໃຫ້ເຫັນ ທ່ານ ປານເດ ຍ່າງຂື້ນໄປເທິງເວທີ ແລະ ເຕັ້ນຕາມຈັງຫວະເພງກາງສຽງເຊຍຂອງແຂກຜູ້ມາຮ່ວມງານ
ແຕ່ພຽງບໍ່ຮອດນາທີຕໍ່ມາລາວກໍ່ລົ້ມລົງກັບພື້ນ
ຜູ້ຈັດງານແລະຜູ້ຊົມຕ່າງກໍ່ຕົກໃຈກັບເຫດການທີ່ເກີດຂື້ນຈຶ່ງຟ້າວນຳໂຕ ທ່ານ ປານເດ
ສົ່ງໂຮງໝໍ ເມື່ອເດີນທາງໄປຮອດ ທີມແພດໄດ້ປະກາດວ່າ
ລາວໄດ້ເສຍຊີວິດແລ້ວເພາະອາການຫົວໃຈຢຸດເຕັ້ນ