ອຶ້ງ!!! ແມ່ຈີນປ້ອນ "ອີ່ຮວກເປັນໆ" ໃຫ້ລູກກິນ ອ້າງວ່າ ຊ່ວຍໃຫ້ສຸຂະພາບດີ (ມີຄລິບ)
ຍິງຊາວຈີນຖ່າຍຄລິບປ້ອນອີ່ຮວກໂຕເປັນໆ ໃຫ້ລູກກິນ ໂດຍອ້າງວ່າຈະເຮັດໃຫ້ສຸຂະພາບດີ ແຕ່ຜູ້ຊ່ຽວຊານເຕືອນ ອາດເຮັດໃຫ້ຕິດໂລກພະຍາດຮ້າຍແຮງ
ສຳນັກຂ່າວຕ່າງປະເທດລາຍງານເມື່ອ 3 ເມສາ ວ່າຜູ້ໃຊ້ງານອິນເຕີເນັດໃນຈີນກຳລັງວິພາກວິຈານການກະທຳຂອງວີດີໂອໜຶ່ງ ເຊິ່ງສະແດງໃຫ້ເຫັນພາບຍິງສາວຊາວຈີນກຳລັງໃຊ້ບ່ວງຕັກອິ່ຮວກໂຕເປັນໆ ປ້ອນໃຫ້ລູກຊາຍໂຕນ້ອຍກິນ ໂດຍອ້າງວ່າສິ່ງທີ່ມີຊີວິດນີ້ຈະເຮັດໃຫ້ລູກຊາຍຂອງຕົນມີສຸຂະພາບແຂງແຮງດີ
ຢ່າງໃດກໍ່ຕາມ ແພດຫຼາຍຄົນເຕືອນວ່າ ບໍ່ຄວນຮຽນແບບການກະທຳຂອງຍິງຄົນນີ້
ເພາະວ່າອີຮວກມັກມີເຊື້ອໂລກປະປົນຢູ່ ແລະ ຖ້າວ່າກິນເຂົ້າໄປແບບດິບໆ
ອາດຈະເຮັດໃຫ້ເດັກນ້ອຍໄດ້ຮັບພະຍາດດ້ວຍ
ດັ່ງນີ້ ການໃຫ້ເດັກນ້ອຍກິນອິ່ຮວກເປັນໆ
ຖືເປັນເລື່ອງປົກກະຕິໃນພື້ນທີ່ແຖບຊົນນະບົດບາງແຫ່ງຂອງຈີນ
ໂດຍກອງທຶນວິທະຍາສາດທຳມະຊາດແຫ່ງຊາດ ຂອງຈີນ ເຜີຍແຜ່ເມື່ອປີ 2012
ເຕືອນເຖິງຄວາມສ່ຽງຂອງພຶດຕິກຳແບບນີ້ທີ່ກຳລັງເກີດຂຶ້ນຢ່າງຫຼວງຫຼາຍຂຶ້ນເລື້ອຍໆ
ຕາມຜົນການສຶກສາຂອງທີມນັກວິໄຈ ອີ່ຮວກຈຳນວນ 11.93% ຂອງທັງໝົດໃນມົນທົນເຫີໜານ ຕິດເຊື້ອໂຕອ່ອນຂອງພະຍາດໂຕແປ (Plerocercoids) ຖ້າໃຫ້ເດັກນ້ອຍກິນດິບໆ
ອາດເຮັດໃຫ້ເປັນໂລກ "ສະປາກາໂນຊິສ" (Sparganosis) ເຊິ່ງເປັນເຊື້ອທີ່ອັນຕະລາຍຂັ້ນຮຸນແຮງໄດ້
ແມ້ແຕ່ຜູ້ໃຫຍ່ກໍ່ອາດເຮັດໃຫ້ເກີດອັນຕະລາຍໄດ້
ເພາະມີຕົວຢ່າງມາແລ້ວໃນອາດີດ ຊາວໄຮ່ອາຍຸ 29 ປີ
ເຂົ້າຮັບການຮັກສາໂຕໃນໂຮງໝໍດົນຫຼາຍເດືອນໂດຍມີອາການສາຫັດ ແລະ
ຕິດເຊື້ອພະຍາດເພາະລາວມັກກິນອີ່ຮວກເປັນປະຈຳ
ເພາະເຊື່ອວ່າມັນຈະສາມາດຮັກສາໂລກຜິດໜັງຂອງລາວໄດ້