ເຈົ້າຊາຍຟີລິບ ພະສະຫວາມີລາຊະນີອັງກິດ ສະເດັດປະທັບໂຮງໝໍ ລໍຖ້າຜ່າຕັດສະໂພກ


ເມື່ອ 3 ເມສາ ສຳນັກງານພະຣາດຊະວັງບັກກິງແຮມ ເປີດເຜີຍວ່າ ເຈົ້າຊາຍຟີລິບ ລາຊາແຫ່ງເອດີນບະຣະພະສະຫວາມີໃນສົມເດັດພະລາຊະນີ ເອລິຊາເບດ 2 ແຫ່ງອັງກິດ ສົມເດັດໄດ້ປະທັບທີ່ໂຮງໝໍຄິງ ເອັດເວີດ ທີ່ 7 ໃນເຂດແມຣີລີໂບນ ໃຈກາງເມືອງລອນດອນໃນຊ່ວງບ່າຍຂອງມື້ດຽວກັນ ເພື່ອຖ້າຮັບການຜ່າຕັດສະໂພກ ຕາມແຜນການທີ່ວາງເອົາໄວ້ກ່ອນແລ້ວວັນພຸດທີ່ 4 ເມສາ ນີ້


ເຈົ້າຊາຍຟີລິບ ພະຊົນນະມາຍຸ 96 ພັນສາ ຊົງຍຸດຕິການປະຕິບັດພະຣາດຊະກໍລະນີຍະກິດເມື່ອເດືອນສິງຫາ ປີ 2012 ແຕ່ເມື່ອວັນອາທິດທີ່ຜ່ານມາ ລາຊາແຫ່ງເອດີນບະຣະບໍ່ໄດ້ສະເດັດໄປຮ່ວມພິທີວັນອີສເຕີ້ ທີ່ປະສາດວິນຊໍ ເມື່ອວັນອາທິດທີ່ຜ່ານມາ ແລະ ບໍ່ໄດ້ສະເດັດຮ່ວມພິທີການອີກ 2 ງານໃນຊ່ວງບໍ່ກີ່ມື້ທີ່ຜ່ານມາດ້ວຍ ວ່າກັນວ່າເປັນເພາະປັນຫາທາງສະໂພກ
ດັ່ງນັ້ນ ການຜ່າຕັດຂອງເຈົ້າຊາຍຟີລິບຈະເກີດຂຶ້ນໃນອີກບໍ່ດົນກ່ອນທີ່ດັສເຊສແຫ່ງເຄມບຣິດ ພະຊາຍາໃນເຈົ້າຊາຍວິນລ້ຽມ ລາຊາແຫ່ງເຄມບຣິດ ຈະມີພະປະສູດທາຍາດພະອົງທີ່ 3 ໃນເດືອນນີ້
Powered by Blogger.