ພິຣິຍາ (ພັນລະຍາ) "ເນວສັນ ແມນເດລາ" ນັກເຄື່ອນໄຫວຕໍ່ຕ້ານການແບ່ງແຍກສີຜີວ ແມ່ນໄດ້ເສຍຊິວິດແລ້ວ


ວິນນີ ມາດິຄິເຊລາ-ແມນເດລາ ນັກເຄື່ອນໄຫວຕໍ່ຕ້ານການແບ່ງແຍກສີຜິວຄົນດັງ ແລະ ພັນລະຍາຂອງທ່ານເນວສັນ ແມນເດລາ ອະດີດປະທານາທິບໍດີສີຜິວຄົນທຳອີດຂອງປະເທດອາຟຣິກາໃຕ້ ໄດ້ເສຍຊິວິດລົງແລ້ວຢ່າງສະຫງົບດ້ວຍອາຍຸ 81 ປີ
ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານນາງ ວິນນີ ມາດິຄິເຊລາ-ແມນເດລາ ນັກເຄື່ອນໄຫວຕໍ່ຕ້ານການແບ່ງແຍກສີຜິວຄົນສຳຄັນຂອງອາຟຣິກາໃຕ້ ພັນລະຍາຂອງທ່ານເນວສັນ ແມນເດລາ ອາດີດປະທານາທິບໍດີຜິວສີຄົນທຳອິດຂອງປະເທດ ເສຍຊິວິດແລ້ວໃນຂະນະອາຍຸໄດ້ 81 ປີ ຫລັງຈາກລົ້ມປ່ວຍເປັນເວລາດົນ ຈົນເຮັດໃຫ້ນາງຕ້ອງເຂົ້າອອກໂຮງໝໍຫລາຍເທື່ອ ເຂົ້າຕັ້ງແຕ່ປີ 2013


ທ່ານ ວິດເຕີ້ ດລາມິນີ ໂຄສົກຂອງຄອບຄົວແມນເດລາເປັນຜູ້ຢືນຢັນຂ່າວການເສຍຊິວິດຢ່າງສະຫງົບໃນຊ່ວງບ່າຍຂອງວັນຈັນ ທີ່ 2 ເດືອນ ເມສາ ໂດຍມີຄອບຄົວ ແລະ ບຸກຄົນອັນເປັນທີ່ຮັກຂອງຄົນຮອບຂ້າງ

ຫລັງຈາກຂ່າວການເສຍຊິວິດຂອງທ່ານນາງແມນເດລາໄດ້ຮັບການເປີດເຜີຍອອກມາວ່າຜູ້ຄົນຫລາກຫລາຍຕ່າງກໍ່ອອກມາຮ່ວມສະແດງຄວາມເສຍໃຈ ລວມທັງປະທານາທິບໍດີ ຊີຣິນ ນາມາໂຟຊາ ໂດຍບອກໄວ້ວ່າ " ການຈາກໄປຂອງແມ່ ວິນນີ ເຮັດໃຫ້ເຮົາສູນເສຍຄົນທີ່ເຮົາສາມາດໄວ້ວາງໃຈແລະເປັນແບບຢ່າງແກ່ເຮົາ ນາງເປັນຄົນໜື່ງໃນຜູ້ທີ່ບອກເຮົາວ່າ ອັນໃດຖືກອັນໃດຜິດ ແລະ ເຮົາກໍ່ຈະຄິດຮອດການຊີ້ນຳນີ້ ຂອງນາງ "

ດັ່ງນີ້ ວິນນີ ມາດິຄິເຊລາ-ແມນເດລາ ເປັນສັນຍາລັກການຕໍ່ຕ້ານການແຍ່ງແຍກສີຜິວໃນອາຟຮິກາ ແລະ ໃນລະດັບນານາຊາດມາດົນເກືອບ 3 ທົດສະວັດ ເຖີງວ່າໃນຊ່ວງບໍ່ດົນມານີ້ ສຸດທ້າຍຊື່ສຽງຂອງນາງຈະຈາງລົງໄປແນ່ດ້ວຍບັນຫາກ່ຽວກັບການເມືອງແລະຂໍ້ກົດໝາຍຕ່າງໆ
Powered by Blogger.