ເກົາຫຼີເໜືອປະກາດຍຸຕິການທົດລອງອາວຸດ ແລະ ໂຄງການນິວເຄລຍ


ເກົາຫຼີເໜືອປະກາດຢຸດການທົດລອງຍິງຂີປະນາວຸດ ແລະ ຕຽມປິດສະຖານທີ່ທົດລອງນິວເຄລຍ  ນອກຈາກນີ້ສື່ຂອງທາງການປຽງຍ່າງ ລາຍງານວ່າກອງທັບຈະລະງັບການທົດລອງຍິງຂີປະນາວຸດໄລຍະໄກ


 ການຕັດສິນໃຈເທື່ອນີ້ ມີຜົນທັນທີ່ໃນວັນເສົາຕາມເວລາທ້ອງຖິ່ນ ຣັດຖະບານເກົາຫຼີເໜືອລະບຸວ່າທາງການຕ້ອງການປ່ຽນການໃຫ້ຄວາມສຳຄັນຂອງນະໂຍບາຍມາສູ່ການພັດທະນາເສດຖະກິດ ຂ່າວນີ້ເກີດຂຶ້ນບໍ່ຮອດໜຶ່ງອາທິດກ່ອນການພົບກັນຂອງຜູ້ນຳເກົາຫຼີເໜືອ ຄິມ ຈອງ ອືນ ແລະ ປະທານາທິບໍດີເກົາຫຼີໃຕ້ ມູນ ແຈ ອິນ ວັນທີ 27 ເມສາ ນອກຈາກນັ້ນສະຫະຣັດ ແລະ ເກົາຫຼີເໜືອຕຽມເຈລະຈາຂັ້ນສຸດຍອດກັນ

 ຫຼັງຈາກນີ້ແຕ່ຍັງບໍ່ຮູ້ກຳໜົດຊັດເຈນ ຫຼັງຈາກຮູ້ຂ່າວ ປະທານາທິບໍດີ ທຣັ້ມ ໄດ້ສົ່ງ Twitter ທີ່ກ່າວວ່າໂຕເອງລໍຖ້າການປະຊຸມສຸດຍອດກັບເກົາຫຼີເໜືອ ຂະນະດຽວກັນຣັດຖະມົນຕຣີກະລາໂຫມສະຫະຣັດ ເຈມສ໌ ແມັດທິສ ກ່າວວ່າການເຈລະຈາກັນລະຫວ່າງເກົາຫຼີເໜືອ ແລະ ສະຫະຣັດອາດເກີດຂຶ້ນແຕ່ຈະບໍ່ກະທົບກັບຄວາມສຳພັນອັນແໜ້ນແຟ້ນລະຫວ່າງສະຫະຣັດ ແລະ ຍີ່ປຸ່ນ

 ພົນເອກ ແມັດທິສ ກ່າວວ່າການພັດທະນາຂອງສະຖານະການກ່ຽວກັບເກົາຫຼີເໜືອລ່າສຸດຈະເຮັດໃຫ້ສະຫະຣັດ ແລະ ຍີ່ປຸ່ນໄດ້ປະໂຫຍດຮ່ວມກັນ ແລະ ທັງສອງປະເທດເຊື່ອໃຈກັນ ທັດສະນະດັ່ງກ່າວຍັງຖືກສະທ້ອນໂດຍຣັດຖະມົນຕຣີໂອໂນເດຣະ ຂອງຍີ່ປຸ່ນດ້ວຍ
Powered by Blogger.