ສາວຈີນຈອດລົດຜິດກົດ ຈົກໃບສັ່ງຕິດໜ້າລົດໂຕເອງຫວັງຕົວະຕຳຫຼວດ
ກ້ອງໜ້າລົດຕຳຫຼວດຈັບພາບພຶດຕິກຳສາວຈີນຄົນໜຶ່ງ
ຈອດລົດຝ່າຝືນກົດຈໍລະຈອນພ້ອມເຮັດເປັນຫຼານຕູ້ນຽນ
ນຳໃບສັ່ງຕິດໜ້າລົດຫວັງຕົວະເຈົ້າໜ້າທີ່
ວັນທີ່ 20 ເມສາ 2018 ສື່ຕ່າງປະເທດເຜີຍແຜ່ຄລິບວີດີໂອຈາກກ້ອງໜ້າລົດຂອງຕຳຫຼວດ
ສະແດງເຫດການຂະນະທີ່ສາວຈີນຄົນໜຶ່ງລັກຈອດລົດແຄມທາງແຕ່ເປັນບໍລິເວນຫ້າມຈອດ
ພ້ອມຕົບຕາເຈົ້າໜ້າທີ່ດ້ວຍການນຳໃບສັ່ງມາຕິດໃສ່ບໍລິເວນໜ້າລົດຂອງໂຕເອງຢ່າງແນບນຽນ
ໂດຍເຫດການນີ້ເກີດຂຶ້ນເມື່ອ 11 ເມສາ ທີ່ຜ່ານມາໃນປະເທດຈີນ
ແຕ່ສາວດັ່ງກ່າວຄິດບໍ່ເຖິງວ່າ
ສິ່ງທີ່ເຮັດຢູ່ນັ້ນຖືກບັນທຶກພາບໄວ້ທັງໝົດ ເນື່ອງຈາກບ່ອນທີ່ນາງຈອດລົດ
ມີລົດຕຳຫຼວດຕິດຟີມຈອດຢູ່
ດັ່ງນັ້ນທາງຕຳຫຼວດກໍ່ໄດ້ເຂົ້າໄປກ່າວຕັກເຕືອນພ້ອມອອກໃບສັ່ງເສຍຄ່າປັບໄປສຳຫຼັບການຈອດລົດທີ່ຝ່າຝືນກົດຈໍລະຈອນ
