ນໍເວເຕືອນບ່າວຫ້າວ ມີເພດສຳພັນທີ່ວົງວຽນສະຫຼອງຮຽນຈົບ
18 ເມສາ
ຜູ້ກວດສອບດ້ານການຂົນສົ່ງແຫ່ງການຂົນສົ່ງແຫ່ງຊາດຂອງນໍເວແນະນຳໄວລຸ້ນໃຫ້ລະເວັ້ນການສະຫຼອງການຈົບການສຶກສາມັດທະຍົມຕອນປາຍ
ດ້ວຍການແກ້ເຄື່ອງປະເປືອຍເທິງສະພານ
ດື່ມເຫຼົ້າເມົາມາຍ ແລະ ຮ່ວມເພດກັນບໍລິເວນວົງວຽນ
ເພາະຈະເຮັດໃຫ້ຜູ້ຂັບຂີ່ຄາແຕ່ແນມເບິ່ງສາກຮັກສົດໆຫຼືຄົນແລ່ນເປືອຍໂຕຈົນບໍ່ມີສະມາທິແລະເກີດອຸປະຕິເຫດຂຶ້ນຄືທຸກປີຜ່ານມາ
ໂດຍທົ່ວໄປການສະຫຼອງຮຽນຈົບມັດທະຍົມປາຍທີ່ເອີ້ນວ່າ
"ຣັດສ໌" ໃນແຕ່ລະປີຂອງໄວລຸ້ນນໍເວ ກິນເວລາຕໍ່ເນື່ອງຫຼາຍອາທິດ
ມີທັງງານລ້ຽງສະຫຼອງ ດື່ມເຫຼົ້າເບຍຢ່າງໜັກ ເປືອຍໂຕມີເພດສຳພັນ
ນຳໄປສູ່ການເກີດອຸປະຕິເຫດຫຼາຍເທື່ອໃນທຸກປີ ບາງເທື່ອການສະຫຼອງຈົບຊັ້ນການສຶກສາ
ນຳໄປສູ່ການເສຍຊີວິດກ່ອນໄວອັນຄວນຂອງໄວລຸ້ນອາຍຸພຽງແຕ່ 18-19 ປີ