ຕຳຫຼວດລອນດອນເຜີຍຮູບພາບດ້ານໃນອາຄານເກຣນເຟວ ຫຼັງຖືກໄຟໄໝ້


ຈາກເຫດການໄຟໄຫມ້ຢູ່ໃນອາຄານເກຣນເຟວ ຂອງເມືອງລອນດອນ ປະເທດອັງກິດ ໃນ
ອາທິດທີ່ຜ່ານມາ. ໃນປັດຈຸບັນຕໍາຫຼວດນະຄອນບານຂອງເມືອງລອນດອນ ໄດ້ເປີດເຜີຍຮູບ
ພາຍໃນຂອງອາຄານເກຣນເຟວ ຫຼັງຈາກໄຟໄໝ້ອອກມາແລ້ວ ຢູ່ໃນເວັບໄຊທ໌ຂອງສຳນັກງານ
ຕໍາຫຼວດນະຄອນບານ ເມື່ອອາທິດທີ່ຜ່ານມາ


ຈາກຮູບສະແດງໃຫ້ເຫັນຄວາມເສຍຫາຍຕໍ່ພາຍໃນຂອງອາຄານ ໃນສ່ວນຂອງຫ້ອງພັກ. ຫຼັງຈາກໄຟໄໝ້ ເຄື່ອງເຟີນີເຈີສ່ວນຫຼາຍແມ່ນຖືກເຜົາໄຫມ້ຈົນເປັນຂີ້ເຖົ່າ. ນອກຈາກນັ້ນກໍ່ມີສະພາບທີ່ບໍ່ສາມາດໃຊ້ງານໄດ້.

ລ່າສຸດຕໍາຫຼວດໄດ້ລາຍງານເຖິງຍອດຜູ້ເສຍຊີວິດແລະຜູ້ຫາຍສາບສູນມີທັງໝົດ 79 ຄົນ ເຊິ່ງຜູ້

ສູນຫາຍທັງໝົດທາງເຈົ້າໜ້າທີ່ສັນນິຖານວ່າໜ້າຈະຕາຍຈາກການຖືກໄຟໄໝ້ໄປແລ້ວ ໂດຍມີ

ພຽງ5 ສົບເທົ່ານັ້ນ ທີ່ສາມາດຢັ້ງຢືນໄດ້




Powered by Blogger.