ຍີປຸ່ນ ເປິດໂຕ (ເຄື່ອງສາຍເງົາແຟນໜຸ່ມ) ເພື່ອຕ້ອງກັນໄພໃຫ້ຜູ້ຍິງຍາມຢູ່ຄົນດຽວ
ບໍລິສັດລີໂອ ພາເລດ ທະເວັນຕີ້ ວັນ ໃນປະເທດຍີປຸ່ນໄດ້ເຜີຍໂຊມເຄື່ອງສາຍເງົາແຟນໜຸ່ມແບບຄືຄົນແທ້ໆ ໂດຍເຄື່ອງສາຍດັ່ງກວ່າຈະເຮັດໜ້າທີ່ສາຍເງົາຂອງຮູບຮ່າງຜູ້ຊາຍເທິງຜ້າກັ້ງທີ່ເຄື່ອນໄຫວໄດ້ຫລາຍທ່າທາງຕ່າງໆ ເພື່ອຫລອກໃຫ້ຄົນໃກ້ຄຽງເຫັນວ່າມີຜູ້ຊາຍຢູ່ໃນຫ້ອງ ເຊີ່ງຈຸດປະສົ່ງຫລັກຂອງເຄື່ອງສາຍເງົາແຟນໜຸ່ມນີ້ຂື້ນເພື່ອຊ່ວຍປ້ອງກັນໄພໃຫ້ຜູ້ຍິງສາວໃນຍຸກປັດຈຸບັນທີ່ມັກອາໄສຕາມອາພາດເມັ້ນ, ຫໍພັກ ທີ່ຢູ່ພຽງຄົນດຽວ
ສ່ວນການເຮັດວຽກຂອງເຄື່ອງສາຍເງົາແຟນໜຸ່ມແບບຄືຄົນແທ້ໆ ພຽງແຕ່ສຽບເຄື່ອງສາຍນີ້ເຂົ້າກັບໂທລະສັບ ຈາກນັ້ນກໍ່ເລືອກທ່າທາງຕ່າງໆຂອງເງົາໄດ້ຕາມໃຈມັກ ເຊີ່ງມີໃຫ້ເລືອກຕັ້ງແຕ່ທ່າ ຊົກມວຍ, ຍົກດຳເບວ, ຕາກເຄື່ອງ ຫລື ເຮັດຄວາມສະອາດຫ້ອງ ໂດຍແຕ່ລະທ່າທາງຈະເຄື່ອນໄຫວໄດ້ດົນເຖີງ 30 ນາທີເລີຍ. ດ້ານບໍລິສັດຜູ້ຜະລິດເຄື່ອງສາຍດັ່ງກວ່ານີ້ໄດ້ລະບຸວ່າເງົາແຟນໜຸ່ມນີ້ຈະເຄື່ອນໄຫວໄດ້ສົມຈິງຄຶກັບຄົນແທ້ໆເນື່ອງຈາກໄດ້ບັກທືກການເຄື່ອນໄຫວມາຈາກຜູ້ຊາຍແທ້ໆ ແລະ ຈຶ່ງເຊື່ອໝັ້ນວ່າເຄື່ອງສາຍເງົາແຟນໜຸ່ມນີ້ຈະໃຊ້ງານໄດ້ຜົນຫລາຍກວ່າການເອົາຫຸ່ນຜູ້ຊາຍມາຕັ້ງໄວ້ຫຫລອກ
