ບັງກະລາເທດຍ້າຍທີ່ຢູ່ຜູ້ລີ້ໄພໂຣຮິນຈາຊົ່ວຄາວຊ່ວງມໍລະສຸມ
ຣັດທະບານບັງກາລາເທດເລີ່ມຍ້າຍຊາວໂຣຮິນຈາບາງສ່ວນອອກຈາກຄ້າຍຜູ້ລີ້ໄພໃນເມືອງຄ໊ອກ
ບາຊາ ເປັນການຊົ່ວຄາວ
ສຳນັກງານຂ່າວຕ່າງປະເທດລາຍງານຈາກກຸງທາກາ ປະເທດບັງກາລາເທດ ເມື່ອວັນທີ 2 ເມສາ. ວ່າທ້າວໂມຮຳມັດ ອາບູນ ຄາລຳ ກຳມາທິການຍ້າຍຜູ້ລີ້ໄພຊາວໂຣຮິນຈາໃນນິຄົມຄ໊ອກ ບາຊາ ປະມານ 100,000 ຄົນ ອອກຈາກບໍລິເວນ"ພື້ນທີ່ສ່ຽງ"ຂອງການເກີດນ້ຳຖ້ວມແລະດິນຖະລົ່ມ ໃຫ້ທັນກ່ອນເຂົ້າສູ່ລະດູມໍລະສຸມທີ່ຈະເລີ່ມຂຶ້ນໃນເດືອນມີນານີ້ ຈັ່ງໃດກໍ່ຕາມ ປັດຈຸບັນບັງກາລາເທດໃຫ້ຄວາມເບິ່ງແຍງຜູ້ລີ້ໄພຊາວໂຣຮິນຈາເກືອບ 700,000 ຄົນ ເຊິ່ງຫຼັ່ງໄຫຼຂ້າມພົມແດນມາຈາກຣັດຍະໄຂ່ ທາງຕາເວັນຕົກຂອງມຽນມ້າ ຕັ້ງແຕ່ເດືອນ ສິງຫາ ປີກ່ອນນີ້
ທັງນີ້ ຣັດທະບານບັງກາລາເທດຈັດສັນພື້ນທີ່ປ່າເຊິ່ງມີອານາເຂດປະມານ 14,163,997.4784 ຕາລາງແມັດ ບໍ່ຫ່າງຈາກຄ້າຍຜູ້ລີ້ໄພບ່ອນເກົ່າໃນເມືອງດ໊ອກ ບາຊາ ຫຼາຍປານໃດ ເພື່ອໃຫ້ເປັນສະຖານທີ່ອາໄສຊົ່ວຄາວສຳຫຼັບຊາວໂຣຮິນຈາໃນຊ່ວງລະດູມໍລະສຸມ ຕາມການຮຽກຮ້ອງຂອງທ້າວອັນໂຕນິໂອ ກູເຕເຣສ ເລຂາທິການຊະຫະປະຊາຊາດ (ຢູເອັນ) ເຊິ່ງມີຄວາມວິຕົກກັງວົນຕໍ່ຄຸນນະພາບຊີວິດຂອງຜູ້ລີ້ໄພຊາວໂຣຮິນຈາໃນຊ່ວງລະດູມໍລະສຸມ ຈັ່ງໃດກໍ່ຕາມ ທາງການໄດ້ຮັບລາຍງານວ່າພື້ນທີ່ປ່າລົດລົງຢ່າງຕໍ່ເນື່ອງແລ້ວ 20,234,282.112 ຕາລາງແມັດ ເນື່ອງຈາກຜູ້ລີ້ໄພຊາວໂຣຮິນຈາຕັດຕົ້ນໄມ້ໃນພື້ນທີ່ໄປໃຊ້ເປັນເຊື້ອເພີງ ແລະ ສ້າງທີ່ຢູ່ອາໄສ
ເຖິງວ່າຣັດຖະບານບັງກາລາເທດ ແລະ ຣັດຖະບານມຽນມ້າບັນລຸຂໍ້ຕົກລົງກັນຕັ້ງແຕ່ຊ່ວງຕົ້ນປີນີ້ ໃນການສົ່ງກັບຜູ້ລີ້ໄພຊາວໂຣຮິນຈາຈາກບັງກາລາເທດປະມານ 100,000 ຄົນ ຈັ່ງໃດກໍ່ຕາມ ຂັ້ນຕອນການດຳເນີນວຽກນີ້ມີຄວາມຈຳເປັນຕ້ອງລ່າຊ້າກວ່າກຳໜົດຫຼາຍ"ດ້ວຍອຸປະສັກແລະເງື່ອນໄຂຫຼາຍປະການ"