ປາກຽວເປີດໂຕເງິນດີຈິຕອລຂອງໂຕເອງ
18 ມີນາ ທີ່ຜ່ານມາ ແມນນີ້ ປາກຽວ ແຊ້ມໂລກມວຍຫຼາຍລຸ້ນ ວຸທິສະມາຊິກຊາວຟິລິປິນ ປະກາດເປີດໂຕເງິນສະກຸນດີຈິຕອລ ເພື່ອສ້າງປະຕິສຳພັນກັບແຟນມວຍ ໂດຍຕະຫຼາດແລກປ່ຽນເງິນສະກຸນດີຈິຕອລ (GCOX) ໃນສິງກະໂປທີ່ລາວໄດ້ລົງທຶນຢູ່ ຈະອອກເງິນດີຈິຕອລ "ແພັກ ໂທເຄນ" ( PAC Token) ປາຍປີນີ້ ເພື່ອໃຫ້ແຟນໆສາມາດຊື້ສິນຄ້າ ແລະ ເຄື່ອງທີ່ລະລຶກ ແລະ ຕິດຕໍ່ສື່ສານກັບປາກຽວຜ່ານລະບົບຖ່າຍທອດສົດອອນໄລນ໌ ( Live-Streaming) ນັບວ່າເປັນນັກກີລາຄົນລ່າສຸດທີ່ເປີດເງິນສະກຸດີຈິຕອລຂອງໂຕເອງຕໍ່ຈາກຟລອຍ ເມເວັດເທີ້ ຈູເນຍ ນັກມວຍຊາວອາເມຣິກັນ ແລະ ໄມເຄິ້ນ ໂອເວນ ອາດີດກອງໜ້າທີມຊາດອັງກິດ