ເຈົ້າຂອງຮ້ານຄຳຍິງໂຕເອງຕາຍຄາຮ້ານ ຄາດວ່າເກິດຂື້ນຍ້ອນສະພາບເສດຖະກິດ
ກ້ອງວົງຈອນປິດຮ້ານຄຳໄດ້ບັນທືກພາບ ເຈົ້າຂອງຮ້ານຈົກປືນຍິງໂຕເອງຕາຍຄາຮ້ານ ບັນຫາຄາດເກິດມາຈາກເສດທະກິດຕົກຕຳ
ພາບຈາກກ້ອງວົງຈອນປິດຮ້ານຄຳແຫ່ງໜື່ງໃນພື້ນທີ່ ອຳເພີ ສີລາຊາ ຈັງຫວັດ ຊົນບູລີ ບັນທືກພາບ ເຈົ້າຂອງຮ້ານຄຳໄດ້ ອາຍຸ 52 ປີ ກຳລັງສົນທະນາກັບເມຍອາຍຸ 57 ປີ ພາຍໃນຮ້ານກ່ອນຈະຍ່າງໄປຈົກເອົາປືນຂະໜາດ 9 ມມ ຂື້ນມາຈໍ່ຍິງຫົວໂຕເອງເບື້ອງຂວາຊອດເບື້ອງຊ້າຍ ແລ້ວ ລົ້ມລົງເສຍຊີວິດຈົມກອງເລຶອດບໍລິເວນໜ້າຮ້ານເຮັດໃຫ້ເມຍທີ່ຢູ່ໃນເຫດການຮ້ອງໄຫ້ເສຍໃຈຫລາຍທີ່ຜົວໂຕເອງຄິດສັ້ນແບບນີ້
ໂດຍເມຍຂອງຜູ້ຕາຍເລົ່າວ່າ
ກ່ອນໜ້ານັ້ນຕົນແລະຜົວເລີ້ມມີບັນຫາກັນມີປາກສຽງກັນຕະຫລອດກຽ່ວກັບການເງີນທີ່ໝຸນວຽນຈັບຈ່າຍບໍ່ທ່ວງທັນ
ເພາະຊ່ວງນີ້ເສດທະກິດຕົກຕ່ຳຄ້າຂາຍບໍ່ດີ ທີ່ຜ່ານມາມີປາກສຽງກັນຜູ້ເປັນຜົວມັກຈະເອົາປືນມາຂົ່ມຂູ່ເປັນປະຈຳບາງຄັ້ງກໍ່ເອົາມາຈໍ່ຫົວໂຕເອງແລ້ວເວົ້າວ່າຢາກຕາຍຄືເປັນການເວົ້າປະຊົດແຕ່ເທື່ອນິບໍ່ຄິດເລີຍວ່າ
ຜົວຈະຍິງໂຕເອງແທ້