ມຽນມາຫຸ້ມ! ຫລັງເກິດເຫດເຮືອບິນ F-7 ຂອງກອງທັບ ຕົກກາງທົ່ງນາ


ເປິດຄລິບທາງການມຽນມາຟ້າວນຳຫາສົບຜູ້ເສຍຊີວິດແລະຜູ້ບາດເຈັບອອກຈາກຊາກເຮືອບິນ F-7 ຫລັງເກິດອຸປະຕິເຫດຕົກລົງກາງທົ່ງນາ


ເພຈ AR Kar Lin ໄດ້ມີການເຜີຍແຜ່ຄລີບ ຂະນະທີ່ຊາວບ້ານຈຳນວນຫລາຍພາກັນຍ່າງເຂົ້າໄປຫຸ້ມເບີ່ງເຫດການເຮືອບິນ F-7 ຂອງກອງທັບອາກາດຂອງມຽນມາປະສົບອຸປະຕິເຫດຕົກໃນບໍລິເວນທົ່ງນາແຫ່ງໜື່ງຂອງປະເທດ

ເຊີ່ງຄລິບໄດ້ເຜີຍໃຫ້ເຫັນປະຊາຊົນຈຳນວນໜຶ່ງ ທີ່ພາກັນຍ່າງເຂົ້າມາເບິ່ງເຫດການຫລັງເກີດອຸປະຕິເຫດ ລະຫວ່າງການເຮັດວຽກຂອງເຈົ້າໜ້າທີ່ທີ່ກຳລັງນຳສົບຜູ້ເສຍຊີວິດອອກມາຈາກຊາກເຮືອບິນທີ່ເຫຼືອພຽງສ່ວນຫາງເທົ່ານັ້ນທີ່ເຮັດໃຫ້ຮູ້ວ່າເຮືອບິນລຳດັ່ງກ່າວເປັນຂອງໃຜ


ເບື້ອງຕົ້ນລາຍງານຍັງບໍ່ໄດ້ລະບຸເຖິງສາເຫດການຕົກລວມເຖິງຈຳນວນຜູ້ເສຍຊີວິດແລະຜູ້ບາດເຈັບ ຫາກມີຄວາມຄືບໜ້າທາງທີມຂ່າວຈະມາລາຍງານໃຫ້ຮູ້ຕໍ່ໄປ



Powered by Blogger.