ໂຫດຮ້າຍເກີນຄຳບັນຍາຍ! ຊາຍໜຸ່ມຫິ້ວຫົວເມຍເອົາໄປຖີ້ມຖັງຂີ້ເຫຍື້ອຢ່າງບໍ່ກະທົບກະເທືອນຍັງ
ຊຽງໄຮ້ອິສທ໌ລາຍງານຄະດີຄວາມຮຸນແຮງໃນຄອບຄົວຂອງຈີນເມື່ອມີພາບຊາຍໜຸ່ມຖືຫົວເມຍຍ່າງອອກມາຕາມຮ່ອມແລ້ວໂຍນຖີ້ມຖັງຂີ້ເຫຍື້ອຄືກັບເປັນຂີ້ເຫຍື້ອທຳມະດາທົ່ວໄປ
ພາບດັ່ງກ່າວມີຜູ້ບັນທືກຄລິບໄວ້ໄດ້ແລະແຊຣ໌ໄປທົ່ວໂຊຊ້ຽວມີເດຍຂອງຈີນຕັ້ງແຕ່ເມື່ອວັນທີ່
24 ເມສາ
ເປັນພາບທີ່ ເປັນຕາຢ້ານເກີນຄຳບັນຍາຍ ກ່ອນຈະຖືກເຊັນເຊີ້ອອກໄປ ຈົນຜ່ານໄປບໍ່ດົນ
ເຈົ້າໜ້າທີ່ຕຳຫຼວດເມືອງກວາງໂຈ
ມົນທົນກວາງຕຸ້ງ
ພາກໃຕ້ຂອງຈີນ ຈຶ່ງເປິດການຖະແຫຼງສັ້ນໆ ວ່າ ຜູ້ຕ້ອງສົງໄສໃນຄະດີນີ້ມາມອບໂຕກັບຕຳຫຼວດໃນເວລາ
08:00ໂມງ
ສາລະພາບວ່າໄດ້ຂ້າເມຍໂຕເອງແທ້ ຕຳຫຼວດຈຶ່ງແຈ້ງຂໍ້ຫາຄາດຕະກຳ
