ມຽນມ້າຈະເລີນໄກແລ້ວ! ກັບການໃຊ້ບັດພຽງໃບດຽວ ໄດ້ທັງຊື້ເຄື່ອງ,ກີນເຂົ້າ, ຈົນເຖິງ ນັ່ງລົດເມ


ມຽນມາໄທມ໌ ລາຍງານວ່າ ອູ ພຽງ ມິນ ເຕ່ງ  ຣັດຖະມົນຕີປະຈຳນະຄອນຢ່າງກຸ້ງ ກ່າວວ່າ ຂະນະນີ້ກຳລັງພິຈາລະນາຂັ້ນຕອນແລະຄວາມເປັນໄປໄດ້ໃນການຈ້າງລະຫວ່າງ 2 ບໍລິສັດ ໄດ້ແກ່ Anypay Payment Services ແລະ Asia Starmar Transport Intelligent ເປັນຜູ້ເບີ່ງແຍງກ່ຽວກັບ "ບັດ YPS" ຫຼື ບັດພາຍໃຕ້ໂຄງການ Yangon Payment Services (YPS)

ເຊີ່ງມີຈຸດປະສົງຫຼັກໆກໍ່ຄື ເພື່ອໃຫ້ຜູ້ຖືບັດສາມາດໃຊ້ຈ່າຍຜ່ານບັດດຽວ ນັ້ນກໍ່ຄື ບັດ YPS ເຊິ່ງຢ່າງກຸ້ງຈະເປັນເມືອງປະເດີມກ່ອນ ໂດຍຖືວ່າເປັນການຮ່ວມພາກຖຸລະກຳ ໄວ້ນຳກັນທັງໝົດແບບຜ່ານບັດນີ້ບັດດຽວເທົ່ານັ້ນ ໂດຍຈະຄອບຄຸມຕັ້ງແຕ່ການຂົນສົ່ງສາທາລະນະ ການຊຳລະເງິນໃນຮ້ານອາານ ການຊື້ເຄື່ອງໃນຫ້າງຕະຫຼອດຈົນເຖີງການຖອນເງິນສົດທີ່ຕູ້ເອທີເອັມໄດ້ອີກດ້ວຍ

ດັ່ງນີ້ ຍັງບໍ່ມີການກ່າວເຖິງຄ່າທຳນຽມ ຫຼື ສ່ວນຕ່າງໆທີ່ຜູ້ໃຊ້ຕ້ອງຊຳລະໃຫ້ກັບທະນາຄານ ລວມເຖິງຄ່າໃຊ້ຈ່າຍສຳລັບໂຄງການ YPS ໂດຍຄາດວ່າຈະເປັນການຫາລືໃນຂັ້ນຕອນຕໍ່ໄປ ຫຼັງຈາກທີ່ສາມາດເລືອກບໍລິສັດທີ່ລັດຖະບານທ້ອງຖີ່ນຕ້ອງການໃຫ້ເເຂົ້າມາເບິ່ງແຍງໄດ້
Powered by Blogger.