ກ້າຫານຫຼາຍ! ເມື່ອສາວບໍ່ຍອມຄົນຮ້າຍທີ່ຈະດຶງກະເປົາ ຖືກມີດກະໜ່ຳແທງຫນ້າປະຕູບ້ານພັກ (ຄລິບ)


ເມື່ອວັນທີ່ 4 ເມສາ ເວັບໄຊທ໌ ເມໂທ ຂອງອັງກິດລາຍງານເຫດອຸກອາດ ໃນປະເທດ ໄອສ໌ແລນ ເມື່ອຄົນຮ້າຍ ໃຊ້ມີດກະໜ່ຳແທງ ຍິງສາວຈົນໄດ້ຮັບບາດເຈັບ  ຫຼັງຈາກຂັດຂືນຄົນຮ້າຍໃນຂະໜະທີ່ຄົນຮ້າຍພະຍາຍາມ ປຸ້ນຈີ້ຊິງສັບ ເຫດການເກີດຂື້ນຢູ່ທີ່ຫນ້າທາງເຂົ້າບ້ານພັກ ໃນເມືອງ ດັບລິນ ໃນເວລາ 22: 00 ວັນທີ່ 30 ມີນາ


ຍິງສາວໄວ 30 ປີ ຜູ້ເຄາະຮ້າຍ ເຜີຍຂໍ້ຄວາມທາງເຟສບຸກ ໄດ້ລະບຸວ່າ “ຄົນຮ້າຍຕ້ອງການຈີ້ເອົາກະເປົາຂອງລາວ ແລະໃຊ້ມີດແທງ ເຂົ້າທີ່ມືແລະຂາ  ຂໍເຕືອນຜູ້ຍິງທຸກຄົນຢ່າຍ່າງຄົນດຽວ ຕອນກາງຄືນເພາະຄົນຮ້າຍອາດກໍ່ເຫດອີກ ” ພ້ອມເຜີຍຂໍ້ມູນຄົນຮ້າຍວ່າ ເປັນຊາຍໄວ 16-20 ປີ ຮູບຮ່າງຈ່ອຍ ຜິວຂາວ ແລະ ຜົມສີນ້ຳຕານ


ພາບຈາກກ້ອງວົງຈອນປິດໄດ້ເຜີຍໃຫ້ເຫັນພາບຂອງຄົນຮ້າຍຍ່າງສະກົດຮອຍຕາມຍິງສາວຂະນະຍ່າງກັບເຂົ້າບ້ານພັກ ມິວ ວິວ ປາກ ຈາກນັ້ນຄົນຮ້າຍໄດ້ແລ່ນເຂົ້າໄປດຶງແຂນຍິງສາວເພື່ອຈະດຶງກະເປົາ ແລະໜີໄປ ແຕ່ຍິງສາວໄດ້ຂັດຂືນ ຄົນຮ້າຍຈື່ງໄດ້ໃຊ້ມີດກະໜ່ຳແທງ

ຕຳຫຼວດໄດ້ລະບຸວ່າ ຜູ້ເສຍຫາຍຖືກນຳໂຕສົ່ງໂຮງໝໍ ແຕ່ບໍ່ໄດ້ຮັບອັນຕະລາຍເຖິງຊີວິດ ຂະນະນີ້ເຈົ້າໜ້າທີ່ໄດ້ດຳເນີນການສືບສວນເຫດການທີ່ເກີດຂື້ນແລ້ວ ແຕ່ຍັງບໍ່ສາມາດຈັບຄົນຮ້າຍໄດ້



Powered by Blogger.