ອິນໂດເນເຊຍປະກາດພາວະສຸກເສີນຮັບມືບໍ່ນ້ຳມັນຮົ່ວ
ທາງການອິນໂດເນເຊຍປະກາດພາວະສຸກເສີນຮັບມືບໍ່ນ້ຳມັນຮົ່ວນອກຝັ່ງເກາະບໍນຽວສຳນັກງານຂ່າວຕ່າງປະເທດລາຍງານວ່າທາງການທ້ອງຖິ່ນຂອງເມືອງບາລິກປາກັນ ແຂວງກາລີມັນຕັນຕາເວັນອອກ ເທິງເກາະບໍນຽວຂອງອິນໂດເນເຊຍ ຕ້ອງປະກາດພາວະສຸກເສີນໃນທ້ອງຖິ່ນເພື່ອຮັບມືເຫດການບໍ່ນ້ຳມັນຮົ່ວໄຫຼລົງທະເລ ໂດຍເຫດດັ່ງກ່າວເກີດຂຶ້ນຕັ້ງແຕ່ວັນເສົາທີ່ຜ່ານມາສົ່ງຜົນໃຫ້ເກີດຮອຍນ້ຳມັນປົກຄຸມພື້ນທີ່ຕາຝັ່ງປະມານ 12 ກິໂລແມັດ ສົ່ງຜົນໃຫ້ເກີດເຫດໄຟໄໝ້ ແຕ່ລ່າສຸດເຈົ້າໜ້າທີ່ສາມາດຄວບຄຸມໄຟໄດ້ແລ້ວ ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ແລະ ມີລາຍງານມີຜູ້ໄດ້ຮັບຜົນກະທົບດ້ານສຸຂະພາບແລ້ວຫຼາຍກວ່າ 100 ຄົນ ໂດຍເຈົ້າໜ້າທີ່ສາທາລະນະສຸກໃນທ້ອງຖິ່ນລະບຸວ່າມີຊາວບ້ານມີປັນຫາດ້ານການຫາຍໃຈ ວິນຫົວ ແລະ ຮາກ ເນື່ອງຈາກຄວັນຈາກໄຟໄໝ້
ດ້ານເຈົ້າໜ້າທີ່ອິນໂດເນເຊຍເຜີຍວ່າ ຂະນະທີ່ຮອຍນ້ຳມັນຍັງກະຈາຍໂຕອອກໄປໃນທະເລ ເຊິ່ງອາດສົ່ງຜົນໃຫ້ໄຟໄໝ້ລຸກລາມຂຶ້ນອີກເທື່ອ ທາງການທ້ອງຖິ່ນຕ້ອງສັ່ງໃຫ້ປະຊາຊົນໃນພື້ນທີ່ຢຸດກິດຈະກຳທີ່ຈະເຮັດໃຫ້ເກີດໄຟໄໝ້
ດັ່ງນັ້ນສຳຫຼັບເມືອງບາລິກປາກັນເປັນໜື່ງໃນເຂດອຸດສາຫະກຳສຳຄັນຂອງອິນໂດເນເຊຍ
ເນື່ອງຈາກມີໂຮງກັ່ນນ້ຳມັນຂະໜາດໃຫຍ່ຫຼາຍແຫ່ງ ເຊິ່ງເປັນບໍລິສັດເປີຕາມີນາ
ລັດວິສາຫະກິດປີໂຕລ້ຽມຂອງຣັດທະບານອິນໂດ