ວິຈານກັນສະນັ່ນ "ແທັກຊີ່ໂອເຄ-ແທັກຊີ່ປົກກະຕິ" ຂັບເລືອກຜູ້ໂດຍສານຕອນຝົນຕົກໜັກ (ມີຄລິບ)
ເຜີຍພຶດຕິກຳລົດແທັກຊີ່ໂອເຄ-ແທັກຊີ່ປົກກະຕິ
ແຕ່ບໍ່ຍອມຮັບຜູ້ໂດຍສານຫລາຍຄົນໃນຂະນະຝົນກຳລັງຕົກແຮງ
ເມື່ອວັນທີ່ 3 ເມສາ
ສັງຄົມອອນໄລນ໌ພາກັນວິພາກວິຈານຄລີບວິດີໂອຈາກເພຈເຟສບຸ໊ກ "ບໍ່ເປັນຫຍັງ"
ໂດຍໄດ້ເຜີຍແຜ່ພາບລົດແທັກຊີ່ໂອເຄ ສີຟ້າຄັນໜື່ງ ແລະ
ລົດແທັກຊີ່ແບບປົກກະຕິບໍ່ຍອມຮັບຜູ້ໂດຍສານຫລາຍຄົນ ໃນຂະນະທີ່ຝົນຕົກແຮງ
"
ນ້ຳໃຈແທັກຊີ່ທີມີໃຫ້ກັບພີ່ນ້ອງທຸກຄົນ 10 ໂມງແລງມື້ໜຶ່ງຝົນຕົກ ຖ້າມື້ໜື່ງລາວຮຽກຮ້ອງຄວາມເຫັນໃຈ
ເຮົາຄວນໃຫ້ລາວຄືນບໍ່ " ຄຳເວົ້າເພຈດັ່ງກວ່າ
ຫລັງຄລີບດັ່ງກ່າວໄດ້ເຜີຍແຜ່ອອກໄປກໍ່ເຮັດໃຫ້ຜູ້ທີ່ໄດ້ພົບເຫັນແຊຣ໌ໄປເກືອບ
5 ໜື່ນຄັ້ງ ພ້ອມຮຽກຮ້ອງໃຫ້ເຮັດການຂົນສົ່ງທາງບົກກວດສອບແລະຊີ້ແຈງ

